ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອັກຊັງຕີນ

(VOVWORLD) -ຕອນເຊົ້າວັນທີ 31 ກໍລະກົດ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Jorge Faurie ລັດຖະມົນຕີການຕ່າງປະເທດ ແລະ ສາສະຫນາ ອັງຊັງຕີນ . 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອັກຊັງຕີນ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອັກຊັງຕີນ

ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຍາມໃດຫວຽດນາມ ກໍ່ຖືອັກຊັງຕີນ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາເມລິກາລາຕີນ ແລະ ໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງສອງປະເທດແມ່ນພັດທະນາອັນດີງາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ສອງຝ່າຍຄວນເອົາໃຈໃສ່ຍູ້ແຮງການແລກປ່ຽນດ້ານການຄ້າ, ການລົງທຶນ ເພາະວ່າ ຂົງເຂດນີ້ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ທ່ານນາຍົກລັດຖະມົນຕີ ສະເຫນີ ບັນດາອົງການກ່ຽວຂ້ອງສອງຝ່າຍ ຈັດຕັ້ງບັນດາເວທີປາໄສວິສາຫະກິດ ເພື່ອຊອກຫາກາລະໂອກາດການລົງທຶນ, ທຳມາຫາກິນ. ທ່ານນາຍົກລັດຖະມົນຕີ ກໍ່ປາດຖະຫນາຢາກຍູ້ແຮງການຮ່ວມມືກັບ ອັກຊັງຕີນ ໃນຂົງເຂດບານເຕະ.

ຕອບກັບ

ຂ່າວ/ບົດ​ອື່ນ