ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດ

(VOVWORLD) -ຕອນບ່າຍວັນທີ 31 ຕຸລາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Samina Naz ເອກອັກຄະລັດຖະທູດ ບັງກະລາເທດ ເນື່ອງໃນໂອກາດຮັບຫນ້າທີ່ການທູດ ຢູ່ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດບັງກະລາເທດ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບ ທ່ານນາງ Samina Nazເອກອັກຄະລັດຖະທູດບັງກະລາເທດ

ພາບ:vietnam+

. ທີ່ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ນະໂຍບາຍການຕ່າງປະເທດສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນ ຊຸກຍູ້ການພົວພັນກັບ ບັງກະລາເທດ, ທ່ານນາຍົກລັດຖະມົນຕີ ສະເຫນີ ບັງກະລາເທດ ພິຈາລະນາເປີດກວ້າງການນຳເຂົ້າຜະລິດຕະພັນກະເສດ, ສິນໃນນ້ຳ, ເຄື່ອງໃຊ້ສອຍ, ວັດຖຸດິບ ຊື່ງຫວຽດນາມ ມີທ່າແຮງ. ນອກນັ້ນ ສອງຝ່າຍ ສາມາດຮ່ວມມືໃນບັນດາຂົງເຂດພື້ນຖານໂຄງລ່າງ, ໄຟຟ້າ, ໂທລະຄົມມະນາຄົມ, ລ້ຽງປູກສິນໃນນ້ຳ. ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ເພື່ອແນໃສ່ສ້າງເງື່ອນໄຂສະດວກກວ່າອີກ ໃຫ້ບັນດາວິສາຫະກິດ, ນັກລົງທຶນໃນໂລກ ໃນນັ້ນ ມີບັງກະລາເທດ. ສ່ວນທ່ານນາງເອກອັກຄະລັດຖະທູດ ບັງກະລາເທດ ໄດ້ເນັ້ນຫນັກວ່າ: ຫວຽດນາມ ແລະ ບັງກະລາເທດ ມີຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການຮ່ວມມື, ພິເສດ ແມ່ນດ້ານການຄ້າ, ການລົງທຶນ. 

ຕອບກັບ

ຂ່າວ/ບົດ​ອື່ນ