ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານຢູ່ນະຄອນໂຮ່ຈິມີນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກລົງກວດການຮາກຖານ
ປຸງແຕ່ງອາຫານໃຫ້ກຳມະກອນ
ພາບ:VTV
|
(vovworld)- ຕອນເຊົ້າວັນທີ 8/10, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງກວດກາສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານຢູ່ຮາກຖານປຸງແຕ່ງຄາບອາຫານ ແລະ ຮ້ານອາຫານແຫ່ງຫນຶ່ງຕາມຖະຫນົນຢູ່ນະຄອນ ໂຮ່ຈິມີນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ສະເຫນີບັນດາເຈົ້າຂອງຮາກຖານຜະລິດຕ້ອງຮັບປະກັນກ່ຽວກັບຕົ້ນກຳເນີດຂອງອຸປະກອນປຸງແຕ່າງ, ວິວັດການຜະລິດ ແລະ ກວດກາການເຄົາລົບຂໍ້ກຳນົດກ່ຽວກັບຄວາມປອດໄພດ້ານສະບຽງອາຫານ, ຮັບປະກັນຄວາມປອດໄພຄຸນນະພາບຄາບອາຫານ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໃສ່ໃຈ ບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຢູ່ທ້ອງຖິ່ນ ຕ້ອງລົງກວດກາ, ເລັ່ງລັດ, ສຶກສາສະຕິໃຫ້ແກ່ຜູ້ປຸງແຕ່ງ, ຜູ້ສະຫນອງອາຫານເປັນປະຈຳ ເພື່ອຮັບປະກັນສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານ.