ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ20ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລທຸລະກິດແລະເຕັກໂນໂລຊີຮ່າໂນ້ຍ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນນະພິທີ
|
(vovworld)- ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ, ຕອນເຊົ້າວັນທີ 13/12 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຖືການບຳລຸງສ້າງອາຊີບ, ການປະຕິບັດທົດລອງເປັນການກຳນົດທິດເປັນຕົ້ນ. ທ່ານນາຍົກລັດຖະມົນຕີ ສະເຫນີ: ໃນສະພາບການຂອງວິກິດການປະຕິວັດອຸດສາຫະກຳຄັ້ງທີ 4, ມະຫາວິທະຍາໄລຄວນປະຕິບັດການປ່ຽນໃຫມ່ເນື້ອໃນ, ວິທີການບຳລຸງສ້າງໂດຍພື້ນຖານ, ຮອບດ້ານເພື່ອພັດທະນາກຳລັງຄວາມສາມາດ ແລະ ຄຸນນະທາດຂອງນັກສຶກສາ.
“ມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ ຕ້ອງມານະພະຍາຍາມປ່ຽນໃຫມ່ການສິດສອນ ແລະ ຮ່ຳຮຽນ, ຍົກສູງຄຸນນະພາບການບຳລຸງສ້າງຕິດພັນກັບການຄົ້ນຄ້ວາວິທະຍາສາດ, ຖ່າຍທອດເຕັກໂນໂລຊີ ເພື່ອຕອບສະຫນອງຄວາມຕ້ອງການແຫລ່ງຊັບພະຍາກອນມະນຸດເປັນຫລາຍຮູບແບບຂອງພື້ນຖານເສດຖະກິດຕາມຄະຕິທຳທີ່ໄດ້ວາງອອກ.”