ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນພະຈິກຂອງລັດຖະບານ

(VOVWORLD) -ລັດຖະບານ, ການນຳລັດຖະບານ ໄດ້ຊີ້ນຳ, ແກ້ໄຂໂດຍກົງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ນ້ຳຖ້ວມ; ແກ້ໄຂກໍລະນີຮີບດ່ວນຢ່າງທັນການ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນພະຈິກຂອງລັດຖະບານ - ảnh 1 ກອງປະຊຸມສະໄໝສາມັນປະຈຳເດືອນພະຈິກຂອງລັດຖະບານ

(ພາບ: VGP)

ວັນທີ 02 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມສະໄໝສາມັນປະຈຳເດືອນພະຈິກຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ລັດຖະບານ, ການນຳລັດຖະບານ ໄດ້ຊີ້ນຳ, ແກ້ໄຂໂດຍກົງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ນ້ຳຖ້ວມ; ແກ້ໄຂກໍລະນີຮີບດ່ວນຢ່າງທັນການ. ກ່ຽວກັບບັນຫາເກີດການຕິດແປດໂລກລະບາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງໃຫ້ປະຕິບັດການປິດລ້ອມເຂດ ແລະ ແຍກຕົວ. ພ້ອມກັບນັ້ນເຮັດແຈ້ງສາຍເຫດ ແລະ ອົງການຈັດຕັ້ງສ່ວນບຸກຄົນທີ່ໄດ້ລະເມີດຂໍ້ກຳນົດແຍກຕົວໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ໃຫ້ຂໍ້ສັງເກດກ່ຽວກັບສະພາບເສດຖະກິດ-ສັງຄົມໃນເດືອນ ພະຈິກ ແລະ 11 ເດືອນຂອງປີ 2020, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງໜ້າທີ່ແຖວໜ້າແມ່ນສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ. ມີຫຼາຍອົງການຈັດຕັ້ງສາກົນໄດ້ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ສາມາດມີທ່າເຕີບໂຕແຕ່ 2,5-3% ໃນປີ 2020. ຫວຽດນາມ ແມ່ນຈຸດພົ້ນເດັ່ນເມື່ອຍັງຮັກສາໄດ້ທ່າເຕີບໂຕເປັນບວກ. ມີຫຼາຍຄາດໝາຍດ້ານເສດຖະກິດ-ສັງຄົມບັນລຸໄດ້ໝາກຜົນປະເປັນໜ້າຊື່ນຊົມ. ພ້ອມທັງ, ຮັກສາເສດຖະກິດມະຫາພາກເປັນປົກກິຕິ, ໄຟເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳ; ການສົ່ງອອກເກີນດູນບັນລຸຕົວເລກສະຖິຕິກວ່າ 20 ຕື້ USD; ການສົ່ງອອກບັນລຸຕົວເລກ 254 ຕື້ USD. ການຜະລິດອຸດສາຫະກຳ, ການເຄື່ອນໄຫວດ້ານການຄ້າ ແລະ ການບໍລິຫານການຊົມໃຊ້ໃນເດືອນ 11 ສືບຕໍ່ມີທ່າອ່ຽງຟື້ນຟູ, ຈຳນວນວິສາຫະກິດສ້າງຕັ້ງໃໝ່ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020…

ຕອບກັບ

ຂ່າວ/ບົດ​ອື່ນ