ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງ ເລີ່ມຕົ້ນເຂົ້າຮ່ວມ ASEM 10

ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງ ເລີ່ມຕົ້ນເຂົ້າຮ່ວມ ASEM 10 - ảnh 1

ທ່ານນາຍົກລັດຖະມົນຕີຫງວຽນເຕິ້ນຢຸ້ງ ເລີ່ມຕົ້ນເຂົ້າຮ່ວມ ASEM 10
(ພາບ​ອິນ​ເຕີ​ແນດ)

(vovworld)​ ​- ​ ​​ຕອນ​ເຊົ້າ​ວັນ​ທີ 16/10 (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ້ນຢຸ້ງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​​ໄດ້​ໄປຮອດ ມີ​ລານ​ປະ​ເທດ​ອີ​ຕາ​ລີ, ​ເລີ່​ມຕົ້ນ​ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ການ​ຮ່ວມ​ມື ອາຊີ-​ເອີລົບ (ASEM) ຄັ້ງ​ທີ 10. ​ ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນ​ຕົນ​ຕີຫງວຽນ​ເຕິ້ນຢຸ້ງ ທີ່ສະໜາມ​ບິນ​, ມີ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ປະຈຳ​ອີ​ຕາ​ລີ​ ຫງວຽນ​ຮ່ວາງ​ລອງ ພ້ອມ​ກັບ​ບັນດາ​ພະນັກງານ, ພາລະ​ກອນສະຖານທູດ​ຫວຽດນາມ ປະຈຳ​ອີ​ຕາ​ລີ.

        ດ້ວຍ​ຫົວ​ຂໍ້ “ຄູ່​ຮ່ວມ​ມື​ຮັບຜິດ​ຊອບ​ເພື່ອ​ການ​ເຕີບ​ໂຕ ​ແລະ ຄວາມປອດ​ໄພ​ຢ່າງ​ໝັ້ນຄົງ” ASEM 10 ​ໄດ້ສຸມ​ໃສ່​ປຶກສາ​ຫາລື 4 ​ເນື້ອ​ໃນ​ຕົ້ນຕໍ: ບັນດາ​ບັນຫາ​ເສດຖະກິດ, ການ​ເງິນ ​ແລະ ການ​ເຊື່ອມ​ຕໍ່ ອາຊີ-​ເອີລົບ; ບັນດາ​ບັນຫາ​ທົ່ວ​ໂລກ; ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ​ ​ກຳນົດ​ທິດ​ ASEM ​ໃນ​ອານາ​ຄົດ. ນອກຈາກ​ນັ້ນ, ກ່ອນຈັດ​ກອງ​ປະຊຸມ ASEM 10 ຈະ​ດຳ​ເນີນກອງ​ປະຊຸມ​ຂັ້ນ​ສູງ ASEAN-EU ຢ່າງ​ບໍ່​ເປັນ​ທາງ​ການ.

        ​ເພື່ອ​ປະກອບສ່ວນ​ຍົກ​ລະດັບ​ການ​ພົວພັນ​ ລະຫວ່າງຫວຽດນາມ ກັບ EU ​ແລະ ບັນດາ​ຄູ່​ຮ່ວມມື​ສຳຄັນອື່ນ​ອີກ​ໃນ ASEM ກໍ່​ຄື​ປະກອບສ່ວນ​ໃຫ້​ແກ່​​ຄວາມ​ສົນ​ໃຈ​ລວມ, ​ໃນ​ປີ 2014, ຫວຽດນາມ​ ຈະ​ສືບ​ຕໍ່​ມີ​ບັນດາ​ຂໍ້​ສະ​ເໜີ, ຂໍ້​ລິ​ເລີ່​ມ​ທີ່​ສຸມ​ໃສ່​ຕົ້ນ​ຕໍ່​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະຫວັດ (ລົບ ລ້າງ​ຄວາມທຸກ​ຍາກ), ບຳລຸງ​ສ້າງວິຊາຊີບ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ຄຸ້ມ​ຄອງ​ແຫຼ່ງນ້ຳ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຊຸກຍູ້​ການ​ຮ່ວມ​ມື          Me kong-Danube ຢ່າງ​ລະອຽດ.

ກ່ອນ​ຈະ​ອອກ​ຈາກ​ນະຄອນຫຼວງ​ແບກ​ລິນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ​ຕໍ່ໜ້າ​ບັນດາ​ນັກ​ການ​ເມືອງ, ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ​ອັນ​ດັບ​ໜຶ່ງ​ຂອງ​ເຢຍລະ​ມັນ ​ແລະ ​ເອີ​ລົບ.

        ​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຕື້ອງ​ເຖິງ​ໄພ​ທົ່ວ​ໂລກ​ຈາກ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ການ​ຂັດແຍ້​ງຜືນ​ແຜ່ນດິນ, ການ​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ການ​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ການ​ລຸກ​ຂຶ້ນ​ຂອງ​ລັດທິ​ກໍ່​ການ​ຮ້າຍ…. ສຳລັບ​ເຂດ​ອາຊີ​ປາຊີ​ຝິກ​ແມ່ນ​ກວມ​ເກືອບ 55% ຈີ​ດີ​ພີ​​ໃນທົ່ວ​ໂລກ, ​ແຕ່​ພວມ​ເກີດ​ສະພາບ​ສັບ​ສົນ​ຄື​ຢູ່​ແຫຼມ​ເກົາຫຼີ, ການ​ຂັດ​ແຍ້​ງ ອະທິປະ​ໄຕ​ຜືນ​ແຜ່ນດິນ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຮວາ​ຕຸ​ງ. ສິ່ງ​ວິຕົກ​ກັງວົນ​ນັ້ນ​ແມ່ນ​ການ​ຂາດ​ຄວາມ​ເຊື່ອ​ໝັ້ນ, ​ເຮັດ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທີ່​ນີ້​ບໍ່​ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເນັ້ນ​ໜັກ​ວ່າ:

        “ບັນດາ​ໄພ​ອັນຕະລາຍ ​ແລະ ການ​ທ້າ​ທາຍ​ດັ່ງກ່າວ​ມັນ​ຮຽກຮ້ອງ​​ໃຫ້​ມີ​ຄວາມ​ຮັບຜິດຊອບ, ການ​ຮ່ວມ​ມື ​ແລະ ຄວາມ​ມານະ​ພະຍາຍາມ​ສູງ​ສຸດ​ຂອງ​ແຕ່ລະ​ປະ​ເທດ, ທັງ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ​ແຕ່ລະ​ປະ​ເທດ, ​ເຖິງ​ວ່າ​ຈະ​ແມ່ນ​ປະ​ເທດ​ໃຫຍ່​ຫຼື​ນ້ອຍ, ນອກຈາກ​ເລື່ອງ​ເບິ່ງ​ແຍງ​ເຖິງ​ຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ປະ​ເທດ​ຕົນ​ແລ້ວ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ລວມຂອງ​ທົ່ວ​​ໂລກ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະ​ເທດ​ອື່ນໆ“.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ​ແມ່ນ​ບໍ່​ຮ່ວມ​ສຳພັນ​ກັບປະ​ເທດ​ນີ້​ເພື່ອ​ຕ້ານ​ປະ​ເທດ​ອື່ນ. ​ເດັດຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ຕົນ, ພ້ອມ​ທັງ​ປາດ​ຖະໜາ​ວ່າ, ທຸກ​ປະ​ເທດ​ຈະ​ພ້ອມ​ກັນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ