ທ່ານນາຍົກລັດຖະມົນຕີຫລີເຄີຊຽງສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີຫລີເຄີຊຽງສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ແລະ ທ່ານ ນາຍົກລັດຖະມົນຕີ ຫລີເຄີຊຽງ
ພາບ:cand.com


(vovworld)- ​​ຕອນ​ບ່າຍ​ວັນ​ທີ 15/10, ທ່ານ​ນາຍົກລັດຖະມົນຕີ ສປ ຈີນ ຫລີ​ເຄີ​ຊຽງ ​ໄດ້​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​​ເປັນ​ທາງ​ການ​ຢ່າງ​ຈົບງາມ ​ແຕ່​ວັນ​ທີ 13-15/10 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ. ສິ້ນ​ສຸດ​ການ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ ຫວຽດນາມ - ຈີນ, ​ໃນ​ນັ້ນ ​ໄດ້​ເນັ້ນ​ຫນັກ​​ເຖິງຄວາມ​ຈຳ​ເປັນຕ້ອງປະຕິບັດ​ຕາມ​ບັນດາ​ຄວາມ​ຮັບ​ຮູ້​ລວມສຳຄັນ​ຊື່​ງການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ບັນລຸ​ໄດ້, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ຕາມ​ທິດ​ນຳ “ບ້ານ​ໃກ້​ເຮື​ອນຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ, ສະຖຽນ​ລະ​ພາບ​ຍາວ​ນານ, ມຸ່ງ​ໄປ​ເຖິງ​ອະນາຄົດ ​ແລະ ຈິດ​ໃຈ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອນ​ມິດ​ທີ່ດີ, ສະຫາຍ​ທີ່ດີ, ຄູ່​ຮ່ວມ​ມືທີ່​ດີ.”    ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ ຫລີ​ເຄີ​ຊຽງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ວິ​ສາ​ຫະກິດ ຫວຽດນາມ - ຈີນ. ທ່ານ​ນາຍົກລັດຖະມົນຕີ ຫລີ​ເຄີ​ຊຽງ​ກໍ​ໄດ້​ເຂົ້າ​ຮ່ວມ​ ງານ​ພົບ​ປະ​ແລກປ່ຽນ​ກັບ​ຊາວ​ຫນຸ່ມ, ນັກ​ສຶກສາ ຫວຽດນາມ - ຈີນ ດ້ວຍ​ຫົວ​ຂໍ້: ສືບ​ທອດ​ມູນ​ເຊື້ອ​ມິດຕະພາບ, ​ເປີດ​ອະນາຄົດ​ອັນ​ສົດ​ໃສ ​ໂດຍ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ ຈັດ​ຕັ້ງ​ຂຶ້ນ ​ແລະ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ການ​ນຳ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດ​ຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ