ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບນັກຂຽນໜຸ່ມ ຫງວຽນບິ່ງ

(VOVWORLD) - ຫງວຽນບິ່ງ ຈະສືບຕໍ່ຮ່ຳຮຽນ, ຄົ້ນຄ້ວາ, ມີຫຼາຍຜົນງານທີ່ດີ, ມີຄຸນຄ່າ, ປະກອບສ່ວນໃຫ້ແກ່ພື້ນຖານວັນນະຄະດີ ຫວຽດນາມ ກໍ່ຄືສືບຕໍ່ໂຄສະນາພາບພົດ, ວັດທະນະທຳ, ປະຊາຊົນ ຫວຽດນາມ ອອກສູ່ໂລກ
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບນັກຂຽນໜຸ່ມ ຫງວຽນບິ່ງ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບ ຫງວຽນບິ່ງ, ນັກສຶກສາ ຫວຽດນາມ ຢູ່ ອາເມລິກາ
(ພາບ:Vũ Dũng/VOV)

ຕອນບ່າຍວັນທີ 28 ພະຈິກ, ທີສຳນັກງານປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ພົບປະກັບ ຫງວຽນບິ່ງ, ອາຍຸ 21 ປີ, ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ອາເມລິກາ, ເຊິ່ງເປັນຜູ້ໄດ້ຮັບລາງວັນຜູ້ຂຽນໜຸ່ມຈາກສະມາຄົມນັກປະພັນ ຍ້ອນຜົນງານໃນການແປ ເລື່ອງກ່ຽວ ຂອງນັກປະພັນຜູ້ມີຄວາມເກັ່ງກ້າສາມາດ ຫງວຽນຢູ ເປັນພາສາອັງກິດ. ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ຫວັງວ່າ: ຫງວຽນບິ່ງ ຈະສືບຕໍ່ຮ່ຳຮຽນ, ຄົ້ນຄ້ວາ, ມີຫຼາຍຜົນງານທີ່ດີ, ມີຄຸນຄ່າ, ປະກອບສ່ວນໃຫ້ແກ່ພື້ນຖານວັນນະຄະດີ ຫວຽດນາມ ກໍ່ຄືສືບຕໍ່ໂຄສະນາພາບພົດ, ວັດທະນະທຳ, ປະຊາຊົນ ຫວຽດນາມ ອອກສູ່ໂລກ. ທ່ານປະທານປະເທດ ກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສືບຕໍ່ຄົ້ນພົບ, ຝຶກອົບຮົມບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມ, ປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຮັບໃຊ້ໃຫ້ການພັດທະນາຂອງປະເທດຊາດ.

        ຫງວຽນບິ່ງ ເລີ່ມຂຽນວັນນະຄະດີແຕ່ຄາວອາຍຸ 8 ປີ, ມາຮອດປະຈຸບັນ, ສາມາດເວົ້າໄດ້ຂຽນເປັນຫຼາຍພາສາ, ໃນນັ້ນ, ມີທັງພາສາບູຮານ ເພື່ອແນໃສ່ແປບັນດາບົດປະພັນວັນນະຄະດີທີ່ໂດ່ງດັງໃຫ້ຄືກັບສະບັບຕົ້ນທີ່ສຸດ. ຫງວຽນບິ່ງ ພວມມີບາງໂຄງການວັນນະຄະດີ, ໃນນັ້ນຢາກຂຽນມະຫາພາກປະຫວັດສາດກ່ຽວກັບ ຫວຽດນາມ ເພື່ອຜ່ານນັ້ນ, ນຳພາບພົດກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ກໍ່ຄືບັນດາບູລຸດໃນປະຫວັດສາດຂອງ ຫວຽດນາມ ອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ