ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023

(VOVWORLD) - ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຕີລາຄາສູງຄວາມໝາຍຂອງຫົວຂໍ້ເຊິ່ງຂະແໜງການສຶກສາໄດ້ເລືອກເຟັ້ນໃຫ້ປີນີ້, ນັ້ນແມ່ນ “ສາມັກຄີ, ມີຫົວຄິດປະດິດສ້າງ, ອອກແຮງສູ້ຊົນປະຕິບັດສຳເລັດໜ້າທີ່ ແລະ ຄາດໝາຍປ່ຽນແປງໃໝ່, ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງໃຫ້ເປັນຢ່າງດີ”
ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023 - ảnh 1(ພາບປະກອບຈາກ baochinhphu.vn)

 

ຕອນເຊົ້າວັນທີ 5 ກັນຍາ, ນັກຮຽນທຸກຂັ້ນນັບລ້ານໆຄົນ ແລະ ນັກສຶກສາໃນທົ່ວປະເທດໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ 2022 – 2023. ເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍໃຫ້ຂະແໜງການສຶກສາ.

        ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຕີລາຄາສູງຄວາມໝາຍຂອງຫົວຂໍ້ເຊິ່ງຂະແໜງການສຶກສາໄດ້ເລືອກເຟັ້ນໃຫ້ປີນີ້, ນັ້ນແມ່ນ “ສາມັກຄີ, ມີຫົວຄິດປະດິດສ້າງ, ອອກແຮງສູ້ຊົນປະຕິບັດສຳເລັດໜ້າທີ່ ແລະ ຄາດໝາຍປ່ຽນແປງໃໝ່, ປັບປຸງ ແລະ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງໃຫ້ເປັນຢ່າງດີ”. ທ່ານປະທານປະເທດ ສະເໜີໃຫ້ພະນັກງານຄຸ້ມຄອງ, ຄູສອນ, ພະນັກງານຂະແໜງການສຶກສາທຸກຄົນມານະພະຍາຍາມຢ່າງ ຈິດສຸດໃຈ, ສາມັກຄີ, ມີຫົວຄິດປະດິດສ້າງ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດພາລະໜ້າທີ່ຂອງຕົນໃຫ້ເປັນຢ່າງດີ, ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບຕໍ່ກັບອາຊີບ, ກັບນັກຮຽນ, ເພື່ອພາລະກິດສິດສອນອັນຍິ່ງໃຫຍ່.

        ທ່ານປະທານປະເທດ ຫງວຽນຊວນຟຸກ ຫວັງວ່າ: ທົ່ວສັງຄົມພ້ອມກັນຮ່ວມແຮງຮ່ວມໃຈກັບຂະແໜງການສຶກສາ, ສ້າງສັງຄົມສີວິໄລ, ເປັນລະບຽບຮຽບຮ້ອຍ ແລະ ແບບຢ່າງ, ສ້າງວັດທະນະທຳ, ມາດຖານສັງຄົມໃຫ້ເປັນຢ່າງດີເພື່ອໃຫ້ພວກນ້ອງຮ່ຳຮຽນ ແລະ ປະຕິບັດຕາມ; ສ້າງສັງຄົມແຫ່ງການຮ່ຳຮຽນ, ເດັກນ້ອຍທຸກຄົນສຳຜັດໄດ້ຢ່າງງ່າຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ