ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບເມືອງ ກຸຈີ ແລະ ຮ໊ອກມົນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ, ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນເມືອງ ກຸຈີ ແລະ ຮ໊ອກມົນ ຕ້ອງຄົ້ນຄວ້າຮູບແບບກະສິກຳນຳໃຊ້ເຕັກໂນໂລຊີສູງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເນື້ອທີ່ດິນເພື່ອບັນລຸປະສິດທິຜົນສູງສຸດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບເມືອງ ກຸຈີ ແລະ ຮ໊ອກມົນ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກເຮັດວຽກກັບອຳນາດການປົກຄອງເມືອງ ກຸຈີ ແລະ ຮ໊ອກມົນ
(ພາບ: TTXVN)

ວັນທີ 06 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ໜ່ວຍເລືອກຕັ້ງທີ 10, ເມືອງ ກຸຈີ ແລະ ເມືອງ ຮ໊ອກມົນ, ໄດ້ເຂົ້າຮ່ວມກອງປະຊຸມລາຍງານສະພາບການເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງເມືອງ ກຸຈີ ແລະ ຮ໊ອກມົນ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ, ຕີລາຄາສູງການປະດິດຄິດສ້າງຂອງຄະນະກຳມະການເລືອກຕັ້ງນະຄອນ ໂຮ່ຈີມິນ ໃນການຈັດກອງປະຊຸມແຈ້ງຂໍ້ມູນກ່ຽວກັບສະພາບການເສດຖະກິດ-ສັງຄົມ, ຊ່ວຍໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງກຳແໜ້ນໄດ້ສະພາບການຕົວຈິງໃນບໍລິເວນສະໝັກຮັບເລືອກຕັ້ງ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ, ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນເມືອງ ກຸຈີ ແລະ ຮ໊ອກມົນ ຕ້ອງຄົ້ນຄວ້າຮູບແບບກະສິກຳນຳໃຊ້ເຕັກໂນໂລຊີສູງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານເນື້ອທີ່ດິນເພື່ອບັນລຸປະສິດທິຜົນສູງສຸດ. ສືບຕໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນກວ່າ, ຫັນປ່ຽນໂຄງປະກອບແຮງງານຢູ່ທ້ອງຖິ່ນເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ, ມີລາຍຮັບທີ່ສູງກວ່າ.

        ທ່ານປະທານປະເທດ ກໍ່ເນັ້ນຕື່ມວ່າ 2 ເມືອງຕ້ອງປະຕິບັດວຽກງານເບິ່ງແຍງດູແລໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ເບິ່ງແຍງດູແລໃຫ້ຜູ້ປະສົບກັບຄວາມຫຍຸ້ງຍາກ, ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີເພື່ອຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ