ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານພັກປະເທດລັດເຊຍ ເອກະພາບ

(VOVWORLD) - ການນຳສອງທ່ານເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີລຸ້ນໜຸ່ມ
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານພັກປະເທດລັດເຊຍ ເອກະພາບ - ảnh 1ທ່ານ Dmitry Medvedev, ປະທານພັກປະເທດ ລັດເຊຍ ເອກະພາບ ແລະ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 22 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Dmitry Medvedev, ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 – 23 ພຶດສະພາ. ນະທີ່ນີ້, ທ່ານ Dmitry Medvedev ຢັ້ງຢືນວ່າ: ສະຫະພັນລັດເຊຍ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ. ການນຳຂັ້ນສູງ ສະຫະພັນ ລັດເຊຍ , ໃນນັ້ນມີພັກປະເທດ ລັດເຊຍ ເອກະພາບ, ໄດ້ມີຄວາມເອົາໃຈໃສ່ພັດທະນາການພົວພັນກັບ ຫວຽດນາມ ຄືດັ່ງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ແລະ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍ ໃນພາກພື້ນ.

        ສ່ວນທ່ານ ຫວໍວັນເຖືອງ, ປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ໃນການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນ ຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ, ປາດຖະໜາວ່າຈະພ້ອມກັບ ລັດເຊຍ ສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ  ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອຜົນປະໂຫຍດແຫ່ງການພັດທະນາຂອງສອງປະເທດ, ເພື່ອຄວາມວັດທະນາຖາວອນຂອງສອງຊາດ.

        ການນຳສອງທ່ານເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ໃນນັ້ນມີລຸ້ນໜຸ່ມ; ເສີມຂະຫຍາຍບົດບາດຂອງບັນດາສະມາຄົມມິດຕະພາບລະຫວ່າງສອງປະເທດເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ກໍ່ຄືຮັກສາບັນດາຄຸນຄ່າອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອໂດຍມີໜ້າປະຫວັດສາດອັນຍາວນານເປັນເວລາເກືອບ 75 ປີ (1950 – 2023) ໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ