ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 13

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຢ່າງແຮງຂອງວິທະຍາສາດ, ເຕັກໂນໂລຊີ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ມະນຸດ
ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 13 - ảnh 1 ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນໄຂກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ຈັດກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 13, ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ”.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຢ່າງແຮງຂອງວິທະຍາສາດ, ເຕັກໂນໂລຊີ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ມະນຸດ, ແຕ່ກໍ່ໄດ້ສ້າງສະພາບແວດລ້ອມໃຫ້ເກີດມີອາດຊະຍາກຳແບບໃໝ່, ຄື: ສວຍໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫຼອກລວງ, ຢຶດເອົາຊັບສົມບັດຜ່ານອິນເຕີເນັດ, ລັກເອົາຂໍ້ມູນສ່ວນຕົວ… ສະນັ້ນ, ຕາມທ່ານປະທານປະເທດແລ້ວ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມືສາກົນ, ແບ່ງປັນຂໍ້ມູນ, ເປັນເອກະພາບໃນການເຄື່ອນໄຫວລະຫວ່າງບັນດາອົງການນິຕິບັດຍັດ ແລະ ປະຕິບັດກົດໝາຍຢູ່ພາກພື້ນ ແລະ ໃນໂລກ.

        ທ່ານປະທານປະເທດກໍ່ເຊື່ອໝັ້ນວ່າ, ກອງປະຊຸມຈະຊອກຫາມາດຕະການແກ້ໄຂຢ່າງມີປະສິດທິຜົນ, ເປັນເອກະພາບໃນການກະທຳລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ ໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ພິເສດແມ່ນອາດຊະຍາກຳເຕັກໂນໂລຊີສູງ; ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ