ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການຕ້ອນ​ຮັບ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່​ນ​ສານ​ຕາ​ຕັ້ງ

(VOVWORLD) -  ຕອນເຊົ້າວັນທີ 26 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ບຸນກາຣີ, ຝລັ່ງ ແລະ ກາຊັກສະຖານ, ຜູ້ຕາງໜ້າສະຫະພາບເອີຣົບ  ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການຕ້ອນ​ຮັບ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່​ນ​ສານ​ຕາ​ຕັ້ງ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ບຸນກາຣີ  Pavlin Todorov. (ພາບ: VOV)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ບຸນກາຣີ Pavlin Todorov, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານ, ເຕັກໂນໂລຢີສູງ, ວັດທະນະທຳ, ການສຶກສາ, ບຳລຸງສ້າງ; ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ. ສ່ວນທ່ານເອກອັກຄະລັດຖະທູດ Pavlin Todorov ຢັ້ງຢືນວ່າ ບຸນກາຣີ ຖືເປັນສຳຄັນ ແລະ ປາດຖະໜາຢາກຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນບັນດາໂຄງການກ່ຽວກັບການສຶກສາ, ພະລັງງານ. ທ່ານກໍເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ບຸນກາຣີ ຢູ່ ອາຊຽນ ແລະ ຍາມໃດກໍສະໜັບສະໜູນການພົວພັນຂອງ ຫວຽດນາມ ກັບ ສະຫະພາບ ເອີຣົບ (EU); ພ້ອມທັງປາດຖະໜາຢາກ ສືບຕໍ່ຮ່ວມມືກັບ ຫວຽດນາມ ຢູ່ ສປຊ ແລະ ບັນດາເວທີປາໄສສາກົນ, ພ້ອມທັງຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການຕ້ອນ​ຮັບ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ເຂົ້າ​ຍື່​ນ​ສານ​ຕາ​ຕັ້ງ - ảnh 2ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) Julien Guerrier (ພາບ: VOV)
ເມື່ອເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (EU) Julien Guerrier ເນັ້ນໜັກວ່າ EU ຢາກຮ່ວມມືກັບ ຫວຽດນາມ ໃນການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ, ໜູນຊ່ວຍ ຫວຽດນາມ ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດກາກບອນລົງເປັນ 0 ໃນປີ 2050 ແລະ ພັດທະນາພື້ນຖານໂຄງລ່າງ. EU ກໍຢາກຮ່ວມມືກັບ ຫວຽດນາມ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນໂລກ; ແກ້ໄຂບັນດາການຂັດແຍ້ງກັນ, ປະທະກັນໂດຍສັນຕິວິທີ ຜ່ານການເຈລະຈາ.

        ໃນວັນດຽວກັນ, ທ່ານປະທານປະເທດ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ຝລັ່ງ Olivier Brochet ແລະ ທ່ານເອກອັກຄະລັດຖະທູດ ກາຊັກສະຖານ Kanat Tumysh ເຂົ້າຍື່ນສານຕາຕັ້ງເຊັ່ນດຽວກັນ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ