ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ

(VOVWORLD) - ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ກຳປູເຈຍ, ຖືນີ້ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ
ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ - ảnh 1(ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ)

ຕອນບ່າຍວັນທີ 13 ພະຈິກ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ທີ່ພວມຢ້ຽມຢາມ ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບ ກຳປູເຈຍ, ຖືນີ້ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຊຸກຍູ້, ສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ການຮ່ວມມືລະຫວ່າງສອງກອງທັບ ແລະ ສອງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ ສອງກະຊວງປ້ອງກັນປະເທດ ຈະເພີ່ມທະວີການຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານດ້ານປ້ອງກັນປະເທດ ແລະ ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອໃຫ້ການຮ່ວມມືນັບມື້ນັບດີຂຶ້ນ.

ສ່ວນທ່ານພົນເອກ Tea Seiha ແບ່ງປັນວ່າ, ລັດຖະບານ ກຳປູເຈຍ ອາຍຸການໃໝ່, ມີສະມາຊິກໃໝ່ຫຼາຍທ່ານ ແລະ ບັນດາສະມາຊິກ ລ້ວນແຕ່ມານະພະຍາຍາມສືບທອດ ແລະ ຊຸກຍູ້ບັນດາຜົນງານ ເຊິ່ງຄົນລຸ້ນກ່ອນໄດ້ສ້າງໄວ້ ແລະ ສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ