ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈັດງານລ້ຽງຮອງຮັບທ່ານປະທານາທິບໍດີ ອີຢິບ ຢ່າງສົມກຽດ

(VOVWORLD) -ຕອນຄ່ຳວັນທີ 06 ກັນຍາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເປັນເຈົ້າພາບຈັດງານລ້ຽງຮອງຮັບທ່ານປະທານາທິບໍດີ Abdel Fattah El Sisi ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສ.ອາຣັບ ອີຢິບ 
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈັດງານລ້ຽງຮອງຮັບທ່ານປະທານາທິບໍດີ ອີຢິບ ຢ່າງສົມກຽດ - ảnh 1  ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ  ແລະ ທ່ານປະທານາທິບໍດີ Abdel Fattah El Sisi

ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບົດບາດຂອງ ອີຢິບ ດ້ວຍຖານະເປັນສະມາຊິກສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ, ໄດ້ວາງອອກບັນດາຫຼັກການພື້ນຖານຂອງຂະບວນການ ກ່ຽວກັບເອກະລາດ, ອະທິປະໄຕ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອສັນຕິພາບລະຫວ່າງບັນດາປະເທດ…ທ່ານປະທານປະເທດ ເຊື່ອໝັ້ນວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອສະໜິດຕິດພັນລະຫວ່າງ 2 ຊາດ, ດ້ວຍຄວາມຕັດສິນໃຈສູງຂອງການນຳ 2 ປະເທດ. ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືອັນດີງາມ ຫວຽດນາມ - ອີຢິບ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງແຂງແຮງ.

        ສ່ວນທ່ານປະທານາທິບໍດີ Abdel Fattah El Sisi ຢືນຢັນວ່າ ອີຢິບ ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນກັບ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືທີ່ແທ້ຈິງ ເພື່ອຜົນປະໂຫຍດລວມຂອງ 2 ຊາດ, ເພື່ອໃຫ້ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ ສ້າງອະນາຄົດທີ່ສົດໃສໃຫ້ປະຊາຊົນ 2 ປະເທດກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ