ຕອນເຊົ້າວັນທີ 17/12, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ຫົວຫນ້າ ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ມີການເຮັດວຽກກັບໝູ່ຄະນະພະນັກງານແຂວງ ອານຢາງ ກ່ຽວກັບວຽກງານພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຄວາມສະຫງົບ ປ້ອງກັນຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ຕີລາຄາສູງໝາກຜົນທີ່ແຂວງ ອານຢາງ ບັນລຸໄດ້ໃນການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ ສັງຄົມ, ພິເສດແມ່ນວຽກງານປະຕິຮູບຕຸລາການ, ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນຢູ່ເຂດຊົນເຜົ່າດຳລົງຊີວິດ. ທ່ານປະທານປະເທດ ກໍໃສ່ໃຈວ່າ ທາງແຂວງ ຄວນເອົາໃຈໃສ່ເຖິງວຽກງານວາງແຜນກຳນົດການພັດທະນາເສດຖະກິດ ສັງຄົມ, ສຸມໃສ່ພັດທະນາບັນດາຜະລິດຕະພັນອຸດສາຫະກຳມີຄຸນຄ່າດ້ານເສດຖະກິດສູງ ແລະ ບັນດາຜະລິດຕະພັນມີຕະຫລາດເປັນປົກກະຕິ. ພ້ອມກັບການລົງທຶນໃຫ້ແກ່ກະສິກຳ, ຊົນນະບົດ ແລະ ຊາວກະສິກອນ, ທາງແຂວງຄວນທະວີຄູນບັນດາຮູບແບບເສດຖະກິດຢ່າງມີປະສິດທິຜົນຕິດພັນກັບວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ.
“ຂ້າພະເຈົ້າມີຄວາມປະທັບໃຈຕໍ່ແຂວງ ອານຢາງ. ທາງແຂວງຍາມໃດກໍມີຂໍ້ລິເລີ່ມ, ໂດຍແມ່ນເຂດແຕ່ດົນນານແລ້ວໄດ້ຜະລິດສິນຄ້າເປັນຢ່າງດີ ແລະ ມີຂອບຂະຫນາດນັບມື້ນັບໃຫຍ່. ຂ້າພະເຈົ້າຊົມເຊີຍຕໍ່ຮູບແບບທົ່ງນາເປັນແບບຢ່າງຂອງແຂວງ. ແຕ່ທາງແຂວງກໍຄວນເອົາໃຈໃສ່ເຖິງການປ່ຽນໃຫມ່ກ່ຽວກັບການພົວພັນການຜະລິດຢູ່ທົ່ງນາແບບຢ່າງ.“