ທ່ານປະທານປະເທດເຈືອງເຕີນຊາງພົບປະກັບທ່ານປະທານາທິບໍດີສ.ອາແຊກໄບຢານIlhamAliev

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບທ່ານປະທານາທິບໍດີສ.ອາແຊກໄບຢານIlhamAliev - ảnh 1
ພ​ິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ
(ພາບ: Trường Sơn)

(vovworld) –  ​​ຕອນ​ເຊົ້າ​ວັນ​ທີ 14/5, ທີ່​ສຳ​ນັກ​ງານ​ປະ​ທານ​າ​ທິ​ບໍ​ດີ ຢູ່​ນະ​ຄອ​ນຫຼວງ ບາ​ກູ, ປະ​ເທດ ອາ​ແຊກ​ໄບ​ຢານ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ilham Aliev ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢ້ຽມ​ຢາມ ສ. ອາ​ແຊກ​ໄບ​ຢານ. ພາຍຫຼັງ​ພິ​ທີ​ຕ້​ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ilham Aliev ມີ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ເພື່ອ​ເປິດ​ກ້​ວາງ​ອັດ​ຕາ​ສ່ວນ​ສິນ​ຄ້າ​ຂອງ ຫວຽດ​ນາມ ຢູ່ ອາ​ແຊກ​ໄບ​ຢານ ແລະ ກົງ​ກັນ​ຂ້າມ, ສູ້ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ, ເຊິ່ງ​ປະ​ຈຸ​ບັນ​ພຽງ​ຢູ່​ໃນ​ລະ​ດັບ​ກ່​ວາ 400 ລ້ານ USD ໃນ​ປີ 2014 ຂຶ້ນ​ເຖິງ 1 ຕື້ USD ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ilham Aliev ເນັ້ນ​ໜັກ​​ວ່າການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນຳ​້​ມັນ​ອາຍ​ແກັ​ດ ແມ່ນ​ການ​ບຸ​ລິ​ມະ​ສິດ​​ທີ່ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຍາວ​ນານ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Aliev ຢືນ​ຢັນ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ລົງ​ທຶນ​ຂອງ ຫວຽດ​ນ​າມ ຢູ່ ອາ​ແຊກ​ໄບ​ຢານ, ມຸ່ງ​ໄປ​ເຖິງ​ເລື່ອງ 2 ຝ່າຍ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ຢູ່​ປະ​ເທດ​ທີ 3. 2 ຝ່າຍກໍ່​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ອື່ນໆ​ຄື: ອຸດ​ສາ​ຫະ​ກຳ​ເບົາ, ອາ​ສັງ​ຫະ​ລິ​ມະ​ຊັບ, ແຮງ​ງານ, ກໍ່​ສ້າງ, ສາ​ທາ​ລະ​ນະ​ສ​ຸກ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ. ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຕໍ່​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ, ຟື້ນ​ຟູ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ, ບຳ​ລຸງ​ສ້າງ, ການ​ທ່ອງ​ທ່ຽວ, ໃນ​ນັ້ນ ມີ​ການ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ ຫວຽດ​ນາມ - ອາ​ແຊກ​ໄບ​ຢານ.

ທີ່​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ແຈ້ງ​ບັນດາ​ການ​ຜັນ​ແປ​ຫວ່າງ​ແລ້ວ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນ​ທັດສະນະ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຫວຽດນາມ​ ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ​, ປະກອບສ່ວນ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. ປະທານາທິບໍດີ​ອາ​ແຊກ​ໄບ​ຢານ ສະໜັບສະໜູນ​ທັດສະນະ​ຂອງ​ຫວຽດນາມ ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ດ້ວຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ອາວຸດ ຫຼື​ຂົ່ມ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ກົດ​ບັດ​ສະຫະ​ປະຊາ​ຊາດ. ປະທານາທິບໍດີ​ອາ​ແຢກບາຍ​ຢານ ​ກໍ່​ຖື​ເປັນ​ສຳຄັນ​ເລື່ອງ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກາ​ນ່ວມມື​ຫຼາຍ​ດ້ານ​ກັບ​ຫວຽດນາມ, ຖື​ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

​ໃນ​ໂອກາດ​ນີ້, ການ​ນຳ​ສອງ​ປະ​ເທດ​ກໍ່​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ​ ໜູນ​ຊ່ວຍ​ດ້ານ​ການ​ບໍລິຫານ​ໃນ​ຂົງ​ເຂດ​ພາສີ, ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຂົນສົ່ງ​ທາງ​ການບິນ. ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ກະ​ສີ​ກຳສອງ​ປະ​ເທດ​ໃນ​ຂົງ​ເຂດ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ, ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງຄົມມະນາຄົມ​ຂົນ​ສົ່ງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ, ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສຫວຽດນາມ ​ແລະ ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສ​ອາ​ແຢກບາຍ​ຢານ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກ​ສ.

 

 

ຂ່າວ/ບົດ​ອື່ນ