ທ່ານປະທານປະເທດເຈືອງເຕີນຊາງສະເຫນີຍົກສູງຄຸນນະພາບພະນັກງານຂະແຫນງສານ

 ທ່ານປະທານປະເທດເຈືອງເຕີນຊາງສະເຫນີຍົກສູງຄຸນນະພາບພະນັກງານຂະແຫນງສານ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ
ພາບ:cpv.org.vn


(vovworld)-  ວັນ​ທີ 12/4, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ຊຸດ​ບຳລຸງ​ສ້າງ​ໃຫ​້​ແກ່​ການ​ນຳ​ສານ​ປະຊາຊົນ​ຂັ້ນ​ແຂວງ, ສານ​ທະຫານ​ ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ​ໄດ້​ເນັ້ນ​ຫນັກ​ວ່າ: ມະຕິ​ກອງ​ປະຊຸມ​​ໃຫຍ່​​ຄັ້ງ​ທີ 11 ຂອງ​ພັກ ​ໄດ້​ຢືນຢັນ​ວ່າ “ຕ້ອງ​ສ້າງ​ລະບົບ​ຕຸລາການ​​ໃຫ້​ປອດ​​ໃສ, ​ເຂັ້ມ​ແຂງ, ປົກ​ປ້ອງ​ຄວາມ​ຍຸຕິ​ທຳ, ​ເຄົາລົບ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ. ​ເພື່ອ​ປະຕິບັດ​ຫນ້າ​ທີ່​ນີ້, ​ເລື່ອງ​ສ້າງ​ຖັນ​ແຖວ​ພະນັກງານ​ສານ​ມີ​ຄວາມ​ຮູ້​ຮອບ​ດ້ານ​ກ່ຽວ​ກັບ​ການ​ເມືອງ, ​ເສດຖະກິດ​ສັງຄົມ, ກົດໝາຍ, ມີ​ວິຊາ​ສະ​ເພາະ​ເກັ່ງ, ມີ​ບົດຮຽນ​ພຶດຕິ​ກຳ​ອຸດົມ​ສົມບູນ, ຄຸນສົມບັດ, ຄຸນ​ນະ​ທາດ, ກ້າຫານ​ໃນ​ການ​ຕໍ່ສູ້​ປົກ​ປ້ອງ​ຄວາມຍຸ​ຕິ​ທຳ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການຢ່າງ​ຮີບ​ດ່ວນ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ກ່າວ​ວ່າ:

        “ຂະ​ແຫນງ​ສານ​ພວມ​ສ້າງ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດຊຸດ​ບຳລຸງ​ສ້າງ​ຄວາມ​ຮູ້​ກ່ຽວ​ກັບ​ການຊີ້​ນຳ, ຄຸ້ມ​ຄອງ​ສານ​ໃຫ້​ແກ່​ການ​ນຳ​ສານ​ທຸກ​ຂັ້ນ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ບັນດາ​ສະຫາຍ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງ​ຫນ້າ​ທີ່​ຂອງ​ຕົນ, ຕັ້ງຫນ້າ​ໃນ​ການ​ຮຳ່ຮຽນ ​ແລະ ພາຍຫລັງ​ອັດ​ຊຸດ​ຮຽນ​ນີ້ ຈະ​ປະກອບ​ຄຳ​ເຫັນ​ເພື່ອ​ສ້າງ​ຊຸດ​ຮຽນ​ໃຫມ່, ສ້າງ​ເອກະສານ​, ຫລັກສູດ, ວິທີ​ສິດສອນໃຫ້​ສົມບູນ​ແບບ​ເພື່ອ​ໃຫ້​ໂຮງຮຽນ​ຖອດ​ຖອນ​ບົດຮຽນ​ຈັດ​ຕັ້ງ​ຊຸດ​ຮຽນ​ຕໍ່​ໄປ​ໃຫ້​ດີກ​ວ່າ​ເກົ່າ.”

 

 

ຂ່າວ/ບົດ​ອື່ນ