ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​
ພາບ:internet

(vovworld)-  ຕອນ​ບ່າຍ​ວັນ​ທີ 27/3 ຢູ່ ຮ່າ​​ໂນ້ຍ, ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ນັກຮຽນ​ຮູ້, ປັນຍາ​ຊົນ, ທະນາຍຄວາມ, ຜູ້​ດີ​​ເດັ່ນ​ຂອງ​ບັນດາ​ເຜົ່າ, ຜູ້​ມີ​ຍົດ​ຖາ​ບັນດາສັກ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ເຂົ້າ​ຮ່ວມ​​ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ໄດ້​​ເນັ້ນຫນັກ​ວ່າ: ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​​ແມ່ນ​ການ​ເຕົ້າ​ໂຮມ​ພູມ​ປັນຍາ​ອັນ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ທົ່ວ​ປວງ​ຊົນ, ປະກອບສ່ວນ​ເຮັດ​ໃຫ້​ລັດຖະທຳ​ມະນູນ​ສ່​ອງ​ແສງ​ທຸກ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ: ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຈະ​ສືບ​ຕໍ່​ປະຕິບັດ​ໝົດ​ເດືອນ 9/2013, ສະ​ນັ້ນ ​ແຕ່​ລະ​ອົງການ, ຫົວຫນ່ວຍ, ສ່ວນ​ບຸກຄົນ​ປະກອບ​ຄຳ​ເຫັນ​ຕາມບົດບາດ​ຫນ້າ​ທີ່​ຂອງ​ຕົນ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ​ທີ່​ຕອບ​ສະຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ພັກ ​ແລະ ປະຊາຊົນ​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ