ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ລົງເຮັດວຽກຢູ່ແຂວງ ກາວບັ່ງ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ລົງເຮັດວຽກຢູ່ແຂວງ ກາວບັ່ງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​​ໄປ​ຖະຫວາຍ​ດອກ​ໄມ້ ​ແລະ ​ໄຕ້​ທູບ​ທຽນ​ບູຊາອາ​ໄລ​ຫາ​ທ່ານ​ປະທານ​ໂຮ່ຈີ​ມິນ
(ພາບ: baocaobang.vn)

(vovworld) –  ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາວ​ບັ່ງ ​ເມື່ອ​ວັນ​ທີ 10/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​​ໄປ​ຖະຫວາຍ​ດອກ​ໄມ້ ​ແລະ ​ໄຕ້​ທູບ​ທຽນ​ບູຊາອາ​ໄລ​ຫາ​ທ່ານ​ປະທານ​ໂຮ່ຈີ​ມິນ ຢູ່​ເຂດ ປູຊະນີຍະສະຖານ​ ປັກ​ບໍ ທີ່​ຕາ​​ແສງ ​ເຈື່ອງ​ຮ່າ ​ເມືອງ ຮ່າ​ກວາງ ​ຊຶ່ງ​ແມ່ນ​ແຫ່ງ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ກັບ​ຄືນ​ມາ​ປະ​ເທດ​ຊາດ ພາຍຫຼັງ 30 ປີ​ອອກ​ເດີນທາງ​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ. ຫຼັງ​ຈາກ​ນັ້ນ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ບ້ານ ປັກ​ບໍ ທີ່​ຕາ​​ແສງ ​ເຈື່ອງ​ຮ່າ, ທ່ານ​ໄດ້​ສະ​ເໜີ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດຕາ​​ແສງ ​ເຈື່ອງ​ຮ່າ ຄວນ​ເສີມ​ຂະຫຍາຍ​ບົດບາດນຳ​ພາ, ກຳ​ແໜ້ນ​ສະພາບ​ການ​ດຳລົງ​ຊີວິດ​ຕົວ​ຈິງ​ຂອງ​ປະຊາຊົນ​, ພ້ອມ​ກັນ​ນັ້ນ​ກໍ​ສະ​ເໜີ​ການ​ນ້ຳ​ແຂວງ ກາວ​ບັ່ງ ​ແລະ ​ເມືອງ​ຮ່າ​ກວາງ ຈົ່ງວາງ​ແຜນ​ກຳນົດ ໝູ່​ບ້ານ ຕາມ​ມາດຖານ​ສ້າງ​ຊົນນະບົດ​​ໃໝ່ ​ເພື່ອ​ກໍ່ສ້າງ​ໝູ່​ບ້ານ​ທີ່​ສົມ​ເປັນ​ເຂດ​ດິນ​ປະຕິ​ວັດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ລົງ​ຢ້ຽມຢາມ​ປ້ອມ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ປໍ່ມ້າ ທີ່​ຂຶ້ນ​ກັບ​ທະຫານ​ປ້ອງ​ກັນຊາ​ຍ​ແດ​ນ​ແຂວງ ລ້າງ​ເຊີນ.

 

ຂ່າວ/ບົດ​ອື່ນ