ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍຊຸກຍູ້ການຮ່ວມມືເສດຖະກິດ ຫວຽດນາມ - ອີຣານ

(VOVWORLD) - ໃນໄລຍະຈະມາເຖິງ 2 ຝ່າຍຄວນສືບຕໍ່ສ້າງກອບລະບອບນິຕິກຳທີ່ມີຢູ່ແລ້ວໃຫ້ສົມບູນແບບ; ສືບຕໍ່ເຮັດໃໝ່ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ 2 ປະເທດ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍຊຸກຍູ້ການຮ່ວມມືເສດຖະກິດ ຫວຽດນາມ - ອີຣານ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ)

        ໃນຂອບເຂດການຢ້ຽມຢາມ ສ.ອີຣານ ຢ່າງເປັນທາງການ, ຕອນເຊົ້າວັນທີ 09 ກັນຍາ, ຢູ່ ເຕເຮຣານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອີຣານ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ຫວຽດນາມ ຕີລາຄາສູງທີ່ຕັ້ງບົດບາດຂອງ ອີຣານ ຢູ່ພາກພື້ນ, ພິເສດແມ່ນກຳລັງບົ່ມຊ້ອນຂອງ ອີຣານ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ຂອບຂະໜາດພື້ນຖານເສດຖະກິດ, ພົນລະເມືອງ, ການເລີ່ມຕົ້ນທຸລະກິດນະວັດຕະກຳ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຄວນສືບຕໍ່ສ້າງກອບລະບອບນິຕິກຳທີ່ມີຢູ່ແລ້ວໃຫ້ສົມບູນແບບ; ສືບຕໍ່ເຮັດໃໝ່ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ 2 ປະເທດ; ຍູ້ແຮງບັນດາກຸ່ມປະຕິບັດງານກ່ຽວກັບການແລກປ່ຽນການຄ້າ, ການຊຳລະ.

        “ພວກຂ້າພະເຈົ້າໄດ້, ພວມ ແລະ ມານະພະຍາຍາມສ້າງລະບົບກົດໝາຍໃຫ້ສົມບູນແບບ, ແກ້ໄຂບັນດາຂໍ້ຕິດຂັດໃຫ້ແກ່ນັກລົງທຶນຕ່າງປະເທດທີ່ເຄື່ອນໄຫວຢູ່ ຫວຽດນາມ. ສະພາແຫ່ງຊາດ 2 ປະເທດຈະພ້ອມກັນຮ່ວມມືເພື່ອຊຸກຍູ້ ແລະ ຕິດຕາມລັດຖະບານ ໃນການສ້າງສຳເລັດ ແລະ ປະຕິບັດບັນດາສັນຍາທີ່ໄດ້ລົງນາມແລ້ວ, ກໍຄືຈະໄດ້ຮັບການລົງນາມໃນໄລຍະຈະມາເຖິງ. ພວກຂ້າພະເຈົ້າສົ່ງເສີມ ແລະ ສະໜັບສະໜູນປະຊາຄົມວິສາຫະກິດ 2 ຝ່າຍໃຫ້ມີການເຄື່ອນໄຫວຮ່ວມມື, ຈັດຕັ້ງຫຼາຍຄະນະວິສາຫະກິດໄປຢ້ຽມຢາມ, ຊອກຮູ້ສະພາບແວດລ້ອມ, ກາລະໂອກາດລົງທຶນດຳເນີນທຸລະກິດລະຫວ່າງ 2 ປະເທດ”.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານ Selahvarzi, ປະທານຫ້ອງການການຄ້າ, ອຸດສາຫະກຳ, ບໍ່ແຮ່ ແລະ ກະສິກຳ ອີຣານ, ພ້ອມກັບວິສາຫະກິດບາງແຫ່ງໃນຂົງເຂດວັດສະດຸກໍ່ສ້າງ ແລະ ການຢາ ອີຣານ.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ພື້ນຖານເສດຖະກິດ ຫວຽດນາມ ແລະ ອີຣານ ບໍ່ແກ່ງແຍ້ງກັນ, ຫາກເພີ່ມຕື່ມໃຫ້ແກ່ກັນ ແລະ ຄວາມສາມາດຮ່ວມມືພັດທະນາຍັງໃຫຍ່ຫຼວງຢູ່. ທ່ານສະເໜີໃຫ້ 2 ປະເທດຈັດສົ່ງຄະນະຜູ້ແທນວິສາຫະກິດເຂົ້າຮ່ວມບັນດາງານວາງສະແດງ, ງານຕະຫຼາດນັດ, ຜ່ານນັ້ນ, ກໍ່ຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ