ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ລາຍການ ບຸນ​ເຕັດ​ເຕົ້າ​ໂຮມ - ລະ​ດູ​ບານ​ໃໝ່​ສະ​ຫງົບ​ສຸກ ຢູ່​ແຂວງ ບິ່ງ​ເຢືອງ

(VOVWORLD) -ຕອນຄ່ຳວັນທີ 23 ມັງກອນ, ຢູ່ນະຄອນ ຖູເຢົາໂໝດ, ແຂວງ ບິ່ງເຢືອງ ໄດ້ດຳເນີນລາຍການມອບຂອງຂວັນປີໃໝ່ຂອງການນຳພັກ, ລັດ ໃຫ້ແກ່ກຳມະກອນ, ແຮງງານແຂວງ ບິ່ງເຢືອງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຂານ 2022. ລາຍການ “ບຸນເຕັດເຕົ້າໂຮມ - ລະດູບານໃໝ່ສະຫງົບສຸກ” ປີ 2022 ໂດຍ ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ແຂວງ ບິ່ງເຢືອງ ໄດ້ສົມທົບກັນຈັດຕັ້ງຂຶ້ນ. 
ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ເຂົ້າ​ຮ່ວມ​ລາຍການ ບຸນ​ເຕັດ​ເຕົ້າ​ໂຮມ - ລະ​ດູ​ບານ​ໃໝ່​ສະ​ຫງົບ​ສຸກ ຢູ່​ແຂວງ ບິ່ງ​ເຢືອງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນໃນລາຍການ

  ໃນລາຍການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ແຂວງ ບິ່ງເຢືອງ ໄດ້ມອບຂອງຂວັນຈຳນວນ 500 ພູດ ໃຫ້ແກ່ກຳມະກອນ, ແຮງງານແຂວງບິ່ງເຢືອງ.

        ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ພັກ ແລະ ລັດ, ສະພາແຫ່ງຊາດໄດ້ວາງອອກຫຼາຍລັດຖະນະໂຍບາຍທີ່ບໍ່ເຄີຍມີມາກ່ອນເພື່ອປ້ອງກັນ, ຕ້ານໂລກລະບາດ ແລະ ຟື້ນຟູການພັດທະນາເສດຖະກິດ, ສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ໜູນຊ່ວຍຊາວຜູ້ອອກແຮງງານ, ວິສາຫະກິດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຖືວ່າ ແຂວງ ບິ່ງເຢືອງ ມີຫຼາຍວິທີເຮັດທີ່ດີ ແລະ ປະດິດຄິດສ້າງ ເພື່ອເອົາໃຈໃສ່ການຕ້ອນຮັບບຸນເຕັດຂອງແຮງງານກຳມະກອນ, ພິເສດ, ປີນີ້ມີແຮງງານເຄິ່ງໜຶ່ງຈະຢູ່ຕ້ອນຮັບບຸນເຕັດຢູ່ແຂວງບິ່ງເຢືອງ.

        “ພ້ອມກັບການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງຜູ້ໃຈບຸນໃຈກຸສົນ, ບັນດາອົງການຈັດຕັ້ງໃນລະບົບການເມືອງ, ເຖິງວ່າ ຜູ້ຈະກັບຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ບ້ານເກີດເມືອງນອນ ທາງແຂວງບິ່ງເຢືອງ ກໍມີວິທີໜູນຊ່ວຍ, ຜູ້ຢູ່ຕໍ່ ທາງແຂວງກໍມີວິທີເອົາໃຈໃສ່.  ບໍ່ພຽງແຕ່ໃນຊຸມວັນບຸນເຕັດເທົ່ານັ້ນ, ຫາກໃນໄລຍະຍາວກໍຕ້ອງເອົາໃຈໃສ່ເຖິງເຮືອນຢູ່ພັກເຊົາ, ໂຮງຮຽນ, ຮາກຖານ, ສ້າງລະບອບນະໂຍບາຍເບິ່ງແຍງດູແລສຸຂະພາບ, ການແພດສຸກເສີນ, ການແພດຮາກຖານອີກດ້ວຍ. ພັກ ແລະ ລັດ ກໍພວມເອົາໃຈໃສ່ເຖິງບັນຫານີ້ ແລະ ທາງແຂວງກໍເຊັ່ນດຽວກັນ ເພື່ອໃຫ້ກຳມະກອນ, ຊາວຜູ້ອອກແຮງງານປົວແປງຊີວິດການເປັນຢູ່, ມີຄວາມອຸ່ນອ່ຽນໃຈເຮັດວຽກ”.       

ຕອບກັບ

ຂ່າວ/ບົດ​ອື່ນ