ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ ກົດ​ໝາຍ Kim & Chang ສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 7 ເມສາ ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Chung Kye Sung ຜູ້ອຳນວຍການໃຫຍ່ບໍລິສັດກົດໝາຍ Kim & Chang, ສ.ເກົາຫຼີ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ ກົດ​ໝາຍ Kim & Chang ສ.ເກົາຫຼີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານ Chung Kye Sung ຜູ້ອຳນວຍການໃຫຍ່ບໍລິສັດກົດໝາຍ Kim & Chang (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີ ໃຫ້ບໍລິສັດກົດໝາຍ Kim & Chang ສືບຕໍ່ໜູນຊ່ວຍ ຫວຽດນາມ ສ້າງນະໂຍບາຍໃຫ້ສົມບູນແບບ, ໂດຍສະເພາະແມ່ນສຳລັບຂົງເຂດຫັນເປັນດີຈີຕອນ, ຄວາມປອດໄພດ້ານຂໍ້ມູນຂ່າວສານທາງອິນເຕີເນັດ, ຫັນປ່ຽນພະລັງງານ, ຫັນເປັນສີຂຽວ... ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ໃນທ້າຍປີນີ້, ສະພາແຫ່ງຊາດ ຫວຽດນາມ ຈະພິຈາລະນາປັບປຸງ ກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດກວ່າອີກ.

         ທ່ານຜູ້ອຳນວຍການໃຫຍ່ Chung Kye Sung ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະສະໜັບສະໜຼນ ຫວຽດນາມ ໃນການສ້າງນະໂຍບາຍກົດໝາຍ, ໜູນຊ່ວຍສະພາແຫ່ງຊາດ ຫວຽດນາມ ໃນການປະກາດນະໂຍບາຍກົດໝາຍກ່ຽວຂ້ອງເຖິງພາສີຕ່ຳສຸດທົ່ວໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ