ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພ​ອນ ພົມ​ວິ​ຫານ ເລີ່​ມ​ຕົ້ນ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -  ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແມ່ນການເຮັດວຽກຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານ ໄຊສົມພອນ ພົມວິຫານ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດລາວ.
ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພ​ອນ ພົມ​ວິ​ຫານ ເລີ່​ມ​ຕົ້ນ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ

ຕອນເຊົ້າວັນທີ 6 ທັນວາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ໂດຍ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ນຳໜ້າໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 6 ຫາ 8 ທັນວາ ປີ 2021 ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແມ່ນການເຮັດວຽກຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານ ໄຊສົມພອນ ພົມວິຫານ ໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດລາວ,  ພ້ອມທັງກໍ່ເປັນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງການນຳ ສະພາແຫ່ງຊາດຕ່າງປະເທດ ນັບແຕ່ເລີ່ມຕົ້ນອາຍຸການສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ