ທ່ານປະທານາທິບໍດີ ປາແລັດສະຕິນ ສະແດງຫຼັກໝັ້ນກ່ຽວກັບການພົວພັນກັບ ອິດສະຣາແອັນ

(VOVWORLD) - ປາແລັດສະຕິນພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາໄກ່ເກ່ຍກັບ ອິດສະຣາແອັນ ບົນພື້ນຖານເຄົາລົບຫຼັກການຂອງຂອງສອງປະເທດ, ບັນດາມະຕິຂອງ ສປຊ ແລະ ກົດໝາຍສາກົນ.

        ໃນຖະແຫຼງການທີ່ໄດ້ປະກາດໃນວັນທີ 26 ພະຈິກ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ຢັ້ງຢືນວ່າ ເຂົາເຈົ້າພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາໄກ່ເກ່ຍກັບ ອິດສະຣາແອັນ ບົນພື້ນຖານເຄົາລົບຫຼັກການຂອງຂອງສອງປະເທດ, ບັນດາມະຕິຂອງ ສປຊ ແລະ ກົດໝາຍສາກົນ. ປາແລັດສະຕິນ ຍັງຄົງຕັ້ງຄວາມຫວັງຕໍ່ປະຊາຄົມສາກົນ ແລະ ຊາວອິດສະຣາແອັນ ເມື່ອຍັງຄົງມີຊາວອິດສະແອັນ ມີຄວາມຫວັງຟື້ນຟູສັນຕິພາບ.

        ໃນຂະນະນັ້ນ,ໃນວັນດຽວກັນ, ຊາວ ປາແລັດສະຕິນ ນັບພັນຄົນ ໄດ້ລົງຖະໜົນແຫ່ຂະບວນປະທ້ວງຢູ່ບາງນະຄອນຢູ່ເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນ ເພື່ອແນໃສ່ຄັດຄ້ານເລື່ອງລັດຖະມົນຕີ ອາເມລິກາ Mike Pompeo ຮັບຮອງເອົາບັນດາເຂດຕັ້ງຖ່ິນຖານຄົງທີ່ຂອງ ອິດສະຣາແອັນ, ໂດຍຖືນີ້ແມ່ນບັນດາການກະທໍາພຽງລໍາພັງຝ່າຍດຽວ ເພື່ອແນໃສ່ຕ້ານຄືນເຈດຈໍານົງ ແລະ ຄວາມໄຝ່ຝັນສ້າງສັນຕິພາບຂອງຊາວປາແລັດສະຕິນ.

 ງອກແທກ - ນັກຂ່າວ VOV ປະຈໍາ ອີຢິບ


 

ຕອບກັບ

ຂ່າວ/ບົດ​ອື່ນ