ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະໂອ້ລົມສົນທະນາໂດຍກົງກັບປະຊາຊົນໃນວັນທີ 07 ມິຖຸນາ

(VOVWORLD) - ວັນທີ 27 ພຶດສະພາ, ພາກສ່ວນສື່ມວນຊົນຂອງວັງ ແກຼມລີນ ປະກາດວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະໂອ້ລົມສົນທະນາໂດຍກົງກັບປະຊາຊົນໃນວັນທີ 07 ມິຖຸນາ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Reuters)

ຈະດຳເນີນການໂອ້ລົມສົນທະນາກັບປະຊາຊົນໃນລາຍການ “ສາຍໂທລະສັບໂດຍກົງ” ໃນວັນທີ 07 ມິຖຸນາ ຈະມາເຖິງ. ວິທີຈັດຕັ້ງການໂອ້ລົມສົນທະນາປີນີ້ ຈະແຕກຕ່າງກັບປີກ່ອນໂດຍອີງໃສ່ເຕັກໂນໂລຢີ.

        ຕາມພາກສ່ວນສື່ມວນຊົນຂອງວັງ ແກຼມລີນ ປະກາດແລ້ວ, ລາຍການພິເສດປະຈຳປີ “ສາຍໂທລະສັບໂດຍກົງກັບ Vladimir Putin” ຈະເລີ່ມຕົ້ນໃນຕອນທ່ຽງວັນທີ 07 ມິຖຸນາ ເວລາ 12 ໂມງ, ຕາມເວລາ ມົດສະກູ, ຈະອອກອາກາດສົດຜ່ານບັນດາຊ່ອງໂທລະພາບ 1tv, Rossia 1, Rossia 24, OTR…

ຕອບກັບ

ຂ່າວ/ບົດ​ອື່ນ