ທ່ານປະທານາທິບໍດີ ລັດເຊຍ ຢືນຢັນບັນດາຄຳສັ່ງລົງໂທດແນໃສ່ ລັດເຊຍ ຈະຄ່ອຍໆຖືກຍົກເລີກ

(VOVWORLD) - ບັນດາຄຳສັ່ງລົງໂທດທີ່ກໍ່ຜົນຮ້າຍຕໍ່ພື້ນຖານເສດຖະກິດທົ່ວໂລກ ແລະ ນັບມື້ນັບມີຫລາຍປະເທດເຂົ້າໃຈສິ່ງນີ້,
ທ່ານປະທານາທິບໍດີ ລັດເຊຍ ຢືນຢັນບັນດາຄຳສັ່ງລົງໂທດແນໃສ່ ລັດເຊຍ ຈະຄ່ອຍໆຖືກຍົກເລີກ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN )

ສະນັ້ນ ຕາມການເວລາ ບັນດາມາດຕະການລົງໂທດຈະຖືກຍົກເລີກ ເມື່ອການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ໄດ້ຮັບການປັບປຸງ. ນີ້ແມ່ນຄຳຖະແຫຼງຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາໃນວັນທີ 06 ມິຖຸນາ ເມື່ອຕອບສຳພາດຕໍ່ກຸ່ມບໍລິສັດສື່ມວນຊົນ ຈີນ ກ່ອນທີ່ຈະໄປຢ້ຽມຢາມ ຈີນ ໃນທ້າຍອາທິດນີ້.

        ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ ບັນດາມາດຕະການລົງໂທດ ແລະ ການຈຳກັດນັ້ນ ບໍ່ໄດ້ເຮັດໃຫ້ ລັດເຊຍ ມີຄວາມປະເອີບໃຈ ຫຼື ກັງວົນ ແລະ ບໍ່ມີວັນທີ່ຈະເຮັດໃຫ້ ລັດເຊຍ ປະລະເສັ້ນທາງພັດທະນາເອກະລາດ ແລະ ເປັນເຈົ້າຕົນເອງ. ຕາມທ່ານ Putin ແລ້ວ, ບັນດາຄູ່ຮ່ວມມືຂອງ ລັດເຊຍ ໄດ້ນຳໃຊ້ບັນດາມາດຕະການຈຳກັດ ແລະ ລົງໂທດ ແນໃສ່ຊອກຫາວິທີສະກັດກັ້ນການພັດທະນາຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ