ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ຜູ​້​ສະ​ໝັກ​ເລືອກ​ຕັ້ງ Joe Biden ແຂ່ງ​ຂັນ​ກັນ​ຢ່າງຂ້ຽວ​ຂາດ​ຢູ່ Florida ແລະ Arizona

(VOVWORLD) -ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຂອງ ພັກປະຊາທິປະໄຕ Joe Biden  ມີອັດຕາຜູ້ສະໜັບສະໜູນ ຢູ່ ລັດ Florida ລືນກາຍທ່ານປະທານາທິບໍດີ Donald Trump  4 ຄະແນນ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ຜູ​້​ສະ​ໝັກ​ເລືອກ​ຕັ້ງ Joe Biden ແຂ່ງ​ຂັນ​ກັນ​ຢ່າງຂ້ຽວ​ຂາດ​ຢູ່ Florida ແລະ  Arizona - ảnh 1 ຜູ້ສະໝັກເລືອກຕັ້ງ Joe Biden ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)

 ຕາມໝາກຜົນຂອງການສຳຫຼວດຫວ່າງມໍ່ໆມານີ້ ຂອງ Reuters – Ipsos ທີ່ໄດ້ປະກາດໃນວັນທີ 7 ຕຸລາ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຂອງ ພັກປະຊາທິປະໄຕ Joe Biden  ມີອັດຕາຜູ້ສະໜັບສະໜູນ ຢູ່ ລັດ Florida ລືນກາຍທ່ານປະທານາທິບໍດີ Donald Trump  4 ຄະແນນ (ດ້ວຍອັດຕາ 49% (Joe Biden) ແລະ 45% (Donald Trump). ສ່ວນຢູ່ ລັດ Arizona, ທ່ານ Joe Biden ໄດ້ລືນກາຍທ່ານ Donald Trump 2 ຄະແນນ (48% ແລະ 46%).

ຕອບກັບ

ຂ່າວ/ບົດ​ອື່ນ