ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ລະ​ບົບ​ທະ​ນາ​ຄານ

(VOVWORLD) -ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ໃຫ້ຄຳໝັ້ນສັນຍາຈະຊອກຮູ້ສາຍເຫດທີ່ພາໄປເຖິງການລົ້ມລະລາຍຂອງບັນດາທະນາຄານພ້ອມທັງບັງຄັບໃຫ້ຜູ້ມີຄວາມຮັບຜິດຊອບຕ້ອງຮັບຜົນຕາມມາ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ລະ​ບົບ​ທະ​ນາ​ຄານ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden  (ພາບ: Xinhua)

ວັນທີ 13 ມີນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ມີບົດກ່າວປາໄສຕໍ່ບັນດາການກະທຳຂອງລັດຖະບານສະຫະລັດ ເພື່ອແນໃສ່ຮັບປະກັນຄວາມປອດໄພຂອງລະບົບທະນາຄານພາຍຫຼັງການລົ້ມລະລາຍຂອງທະນາຄານ SVB ແລະ ທະນາຄານ Signature Bank. ທ່ານປະທານາທິບໍດີ Joe Biden ຢັ້ງຢືນວ່າ ອຳນາດການປົກຄອງຂອງທ່ານໄດ້ມີການກະທຳໂດຍໄວໃນຊຸມວັນຜ່ານມາ ແລະ ປະຊາຊົນກໍ່ຄືວິສາຫະກິດ ອາເມລິກາໃນປັດຈຸບັນມີຄວາມອຸ່ນອ່ຽນໃຈ ກ່ຽວກັບຄວາມປອດໄພຂອງລະບົບທະນາຄານ ແລະ ອາດຈະເຂົ້າເຖິງກັບບ້ວງເງິນຝາກປະຢັດຂອງ ຕົນເມື່ອມີຄວາມຈຳເປັນ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ໃຫ້ຄຳໝັ້ນສັນຍາຈະຊອກຮູ້ສາຍເຫດທີ່ພາໄປເຖິງການລົ້ມລະລາຍຂອງບັນດາທະນາຄານພ້ອມທັງບັງຄັບໃຫ້ຜູ້ມີຄວາມຮັບຜິດຊອບຕ້ອງຮັບຜົນຕາມມາ. ທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຮູ້ວ່າ ທ່ານຈະຮຽກຮ້ອງສະພາແຫ່ງຊາດ ແລະ ບັນດາອົງການຄຸ້ມຄອງທະນາຄານເພີ່ມທະວີບັນດາຂໍ້ກຳນົດເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງບັນດາທະນາຄານລົ້ມລະລາຍກໍ່ຄືແນໃສ່ປົກປ້ອງວຽກເຮັດງານທຳຂອງປະຊາຊົນອາເມລິກາ ແລະ ບັນດາວິສາຫະກິດຂະໜາດນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ