ທ່ານປະທານາທິບໍດີ ອາເມລິກາ ເຊັນ ລັດຖະດໍາລັດວ່າດ້ວຍການລົງໂທດສອງຂະແໜງອຸດສາຫະກໍາຫຼັກແຫຼ່ງຂອງ ອີຣານ

(VOVWORLD) -ຝ່າຍ ອາເມລິກາ ກໍກ່າວເຕືອນ ເຕເຮຣານ ວ່າ “ຈະຕ້ອງປະເຊີນໜ້າກັບການກະທໍາຫຼາຍກວ່ານີ້ອີກ” ເວັ້ນເສຍແຕ່ມີການປ່ຽນແປງການກະທໍາຂອງຕົນ.

ວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ  Donald Trump ໄດ້ອອກຄໍາສັ່ງຈັດວາງບັນດາຄໍາສັ່ງລົງໂທດໃໝ່ ສໍາລັບຂົງເຂດບໍ່ແຮ່ ແລະ ໂລຫະ, ເຊິ່ງແມ່ນແຫຼ່ງລາຍຮັບໃຫຍ່ທີ່ສຸດຂອງ ອີຣານ ຖັດຈາກ ນໍ້າມັນບໍ່. ລັດຖະດໍາລັດ ໄດ້ຍົກອອກມາພາຍຫຼັງ ເຕເຮຣານ ຖະແຫຼງຈະລົບລ້າງບັນດາຄໍາໝັ້ນສັນຍາໃນຂໍ້ຕົກລົງ ນິວເຄຼຍ ປີ 2015 ພຽງ 2 – 3 ຊົ່ວໂມງ ແລະ ພໍດີຄົບຮອບໜຶ່ງປີ ນັບແຕ່ເມື່ອອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ. ຝ່າຍ ອາເມລິກາ ກໍກ່າວເຕືອນ ເຕເຮຣານ ວ່າ “ຈະຕ້ອງປະເຊີນໜ້າກັບການກະທໍາຫຼາຍກວ່ານີ້ອີກ” ເວັ້ນເສຍແຕ່ມີການປ່ຽນແປງການກະທໍາຂອງຕົນ.

        ຕາມທ່ານ Donald Trump ແລ້ວ, ການກະທໍາດັ່ງກ່າວ ເພື່ອແນໃສ່ຫຼຸດຜ່ອນແຫຼ່ງລາຍຮັບຈາກການສົ່ງອອກໂລຫະອຸດສາຫະກໍາຂອງ ອີຣານ ແລະ ກ່າວເຕືອນວ່າ ບັນດາປະເທດບໍ່ໄດ້ອະນຸຍາດໃຫ້ສິນຄ້າປະເພດເຫຼັກກ້າ ແລະ ໂລຫະ ຂອງ ອີຣານ ເຂົ້າມາທ່າກໍ່າປັ່ນຂອງຕົນ. ທ່ານ Donald Trump ກໍກ່າວເຕືອນວ່າ ອີຣານ ອາດຈະຕ້ອງປະເຊີນໜ້າກັບບັນດາມາດຕະການລົງໂທດອື່ນ ຖ້າຫາກບໍ່ປ່ຽນແປງນະໂຍບາຍຂອງຕົນ ແລະ ບັນດາປະເທດທີ່ອະນຸຍາດໃຫ້ນໍາເຂົ້າໂລຫະຂອງ ອີຣານ ຈະຖືກລົງໂທດ. ເຖິງວ່າມີບາດກ້າວເດີນທີ່ແຂງກະດ້າງທີ່ກ່າວມາຂ້າງເທິງນັ້ນກໍຕາມ, ແຕ່ທ່ານປະທານາທິບໍດີ Donald Trump ຍັງຄົງສະແດງຄວາມຫວັງວ່າ ຈະພົບປະກັບບັນດາການນໍາ ອີຣານ ໃນມື້ໃດມື້ໜຶ່ງ ເພື່ອຊອກຫາຂໍ້ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ