ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຮັບດໍາລົງຕໍາແໜ່່ງ ອາຍຸການທີ 2

(VOVWORLD) -ທ່ານປະທານາທິບໍດີ Maduro ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ
ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro  ຮັບດໍາລົງຕໍາແໜ່່ງ ອາຍຸການທີ 2 - ảnh 1ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro  ສາບານຕົວຮັບດໍາລົງຕໍາແໜ່ງອາຍຸການທີ 2 ຢ່າງເປັນທາງການ (ພາບ:TTXVN)

ວັນທີ 11 ມັງກອນ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro  ໄດ້ສາບານຕົວຮັບດໍາລົງຕໍາແໜ່ງອາຍຸການທີ 2 ຢ່າງເປັນທາງການ ເພື່ອສືບຕໍ່ນໍາພາການປະຕິວັດ Bolivar  ຈົນຮອດປີ 2025 ໃນສະພາບການທີ່ປະເທດນີ້ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງນັບທັງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ. ໃນຄໍາສາບານຕົວຮັບດໍາລົງຕໍາແໜ່ງຕໍ່ສານຍຸຕິທໍາສູງສຸດ (TSJ) ແລະ ບັນດາແຂກຖືກເຊີນສາກົນ, ທ່ານປະທານາທິບໍດີ Maduro ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ, ນໍາມາເຊິ່ງການພັດທະນາດ້ານເສດຖະກິດ ແລະ ສັງຄົມວັດທະນາຖາວອນ ໃຫ້ແກ່ປະຊາຊົນ, ກໍຄືສືບຕໍ່ເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມ ໃນສະຕະວັດ 21.

ຕອບກັບ

ຂ່າວ/ບົດ​ອື່ນ