ທ່ານປະທາ​ນາ​ທິບໍດີ ​ໄຊ​ປຼັດ ຖະ​ແຫຼງວ່າ ພ້ອມ​ແລ້ວທີ່​ຈະ​ເຈລະຈາ​ກັບ ຕວັກ​ກີ

(VOVWORLD) -    ວັນທີ 16 ກັນຍາ, ທ່ານ ປະທານາທິບໍດີ ສາທາລະນະລັດ ໄຊປຼັດ Anastasiades ໄດ້ຖະແຫຼງວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາກັບ ຕວັກກີ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນ, ແຕ່ບໍ່ແມ່ນພາຍໃຕ້ຮູບການນາບຂູ່.
ທ່ານປະທາ​ນາ​ທິບໍດີ ​ໄຊ​ປຼັດ ຖະ​ແຫຼງວ່າ ພ້ອມ​ແລ້ວທີ່​ຈະ​ເຈລະຈາ​ກັບ ຕວັກ​ກີ - ảnh 1

ທ່ານ ປະທານາທິບໍດີ ສາທາລະນະລັດ ໄຊປຼັດ Nikos Anastasiades (ເບື້ອງຂວາມື) và ປະທານສະພາເອີຣົບ Charles Michel ໃນການຖະແຫຼງຂ່າວຮ່ວມ ຢູ່ Nicosia ໃນວັນທີ 16/9/2020. (Ảnh: AFP) 

        ຕາມທ່ານປະທານາທິບໍດີ ໄຊປຼັດ ແລ້ວ, ຕວັກກີ ພວມສືບຕໍ່ບັນດາການເຄື່ອນໄຫວເກາະຜິດຂອງຕົນຢູ່ ພາກຕາເວັນອອກທະເລເມດີແຕຣາເນ.

        ວັນທີ 15 ກັນຍາ, ຕວັກກີ ສືບຕໍ່ແກ່ຍາວການເຄື່ອນໄຫວຂຸດເຈາະຂອງກໍ່າປັ່ນ  Yavuz ຢູ່ນອກຝັ່ງທະເລ ສາທາລະນະລັດ ໄຊປຼັດ ໄປຮອດວັນທີ 12 ຕຸລາ, ການກະທໍາດັ່ງກ່າວອາດຈະສົ່ງຜົນສະທ້ອນເຖິງຄວາມເຄັ່ງຕຶງລະຫວ່າງ Nicosia  ແລະ Ankara.

        ໃນສານປະຈໍາປີ ຂອງ ສະຫະພາບເອີຣົບ ທີ່ສະເໜີຕໍ່ລັດຖະສະພາ ເອີຣົບ ໃນວັນທີ 16 ກັນຍາ, ທ່ານນາງປະທານຄະນະກໍາມະການເອີຣົບ (EC) Ursula von der Leyen ກໍກ່າວເຕືອນ ຕວັກກີ ວ່າ ບໍ່ໃຫ້ຊອກຫາວິທີນາບຂູ່ ເກຼັກ ແລະ ສາທາລະນະລັດ ໄຊປຼັດ. ທ່ານນາງກໍເນັ້ນໜັກວ່າ Ankara ແມ່ນຄູ່ຮ່ວມມືຫຼັກແຫຼ່ງສວມບົດບາດສໍາຄັນໃນການຮັບເອົາຊາວລີ້ໄພ, ແຕ່ສິ່ງດັ່ງກ່າວບໍ່ແມ່ນຂໍ້ອ້າງເພື່ອແກ້ຕົວໃຫ້ແກ່ການນາບຂູ່ບັນດາປະເທດບ້ານໃກ້ເຮືອນຄຽງ. ດ້ານອື່ນ, ທ່ານນາງ ກໍຢັ້ງຢືນວ່າ ເກຼັກ ແລະ ສາທາລະນະລັດ ໄຊປຼັດ ອາດຈະເຊື່ອໝັ້ນຕໍ່່ “ຄວາມສາມັກຄີຂອງບັນດາປະເທດທັງໝົດຂອງເອີຣົບໃນການປົກປັກຮັກສາບັນດາອໍານາດອະທິປະໄຕຢ່າງຖືກຕ້ອງຕາມກົດໝາຍຂອງສອງປະເທດນີ້”.


ຕອບກັບ

ຂ່າວ/ບົດ​ອື່ນ