ທ່ານປະ​ທານາ​ທິ​ບໍ​ດີບຸນກາ​​ຣີຢັ້ງ​ຢືນ​ວ່າຫວຽດ​ນາມແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ສຸດ​ ຢູ່ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ວັນທີ 1 ຕຸລາ, ທ່ານເຈືອງຮວ່າບິ່ງຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານໄດ້ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Rumen Radevປະທານາທິບໍດີບຸນກາຣີ. 
ທ່ານປະ​ທານາ​ທິ​ບໍ​ດີບຸນກາ​​ຣີຢັ້ງ​ຢືນ​ວ່າຫວຽດ​ນາມແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ສຸດ​ ຢູ່ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1 ທ່ານເຈືອງຮວ່າບິ່ງຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານ ແລະ ທ່ານ Rumen Radevປະທານາທິບໍດີບຸນກາຣີ (ພາບ: TTXVN)

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານໄດ້ແຈ້ງໃຫ້ທ່ານປະທານາທິບໍດີ ບຸນກາຣີຮັບຊາບກ່ຽວກັບໝາກຜົນແຫ່ງການພົບປະເຈລະຈາກັບທ່ານTomislavDonchevຮອງນາຍົກລັດຖະມົນຕີບຸນກາຣີ, ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີໃຫ້ບຸນກາຣີຊຸກຍູ້ສະຫະພາບເອີລົບ (EU) ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EU (EVFTA) ແລະສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ-ເອລົບ (EVIPA) ໂດຍໄວ, ເພື່ອສ້າງກຳລັງໜູນໃຫ້ແກ່ການພົວພັນທາງດ້ານເສດຖະກິດລະຫວ່າງສອງ ປະເທດຕື່ມອີກ.

        ທ່ານປະທານາທິບໍດີບຸນກາລີRumen Radevຢັ້ງຢືນວ່າ: ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນຂອງບຸນກາຣີຢູ່ອາຊີຕາເວັນອອກສ່ຽງໃຕ້; ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຂະແໜງການເພື່ອແນໃສ່ຊຸກຍູ້  ການຮ່ວມມືສອງຝ່າຍພິເສດແມ່ນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ; ຊົມເຊີຍບັນດາມາດຕະການທີ່ໄດ້ເຫັນດີເປັນເອກະພາບເພື່ອແນໃສ່ການຊຸກຍູ້ການຮ່ວມມືໃນທຸກຂົງເຂດ.

        ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານເຈືອງຮວ່າບິ່ງຂໍຖືເປັນກຽດສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງໃຫ້ທ່ານປະທານາທິບໍດີບຸນກາຣີໄປຢ້ຽມຢາມສສຫວຽດນາມໃນປີ 2020 ເນື່ອງໃນໂອກາດຄົບຮອບ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງກໍ່ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ; ພົບປະກັບປະທານກຳມາທິການຍຸດຕິທຳສະພາແຫ່ງຊາດບຸນກາຣີ; ກຸ່ມສະມາຊິກລັດຖະສະພາມິດຕະພາບບຸນກາຣີ-ຫວຽດນາມ; ຢ້ຽມຢາມສະຖາທູດຫວຽດນາມປະຈຳບຸນກາຣີ, ພົບປະແລະໂອ້ລົມກັບບັນດາພະນັກງານ, ພາລະກອນສະຖານທູດແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ບຸນກາຣີ./.

ຕອບກັບ

ຂ່າວ/ບົດ​ອື່ນ