ທ່ານປະທານາທິບໍດີອາເມລິກາ Joe Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ

(VOVWORLD) -ກອງປະຊຸມດຳເນີນໄປໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ເຊິ່ງໄດ້ດຳເນີນແບບທາງໄກໃນລະຫວ່າງວັນທີ 26-28 ຕຸລາ.
ທ່ານປະທານາທິບໍດີອາເມລິກາ Joe Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ - ảnh 1ທ່ານປະທານາທິບໍດີອາເມລິກາ Joe Biden
(ພາບປະກອບ: Reuters)

ສະຖານທູດ ອາເມລິກາ ປະຈຳ ບຣູໄນ ແຈ້ງໃຫ້ຊາບວ່າ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອາເມລິກາ ເຊິ່ງດຳເນີນໃນວັນທີ 26 ຕຸລາ ແບບທາງໄກ. ກອງປະຊຸມດຳເນີນໄປໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ເຊິ່ງໄດ້ດຳເນີນແບບທາງໄກໃນລະຫວ່າງວັນທີ 26-28 ຕຸລາ. ກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ດຳເນີນໄປໃນສະພາບທີ່ ວໍຊິງຕັນ ພວມກະຕຸກຊຸກຍູ້ເລື່ອງເພີ່ມທະວີການພົວພັນກັບ ອາຊຽນ ໄປພ້ອມກັບເລື່ອງເດີນຕາມການຮ່ວມມື ມະຫາສະໝຸດອິນເດຍ - ປາຊີຟິກ ກັບ ຍີ່ປຸ່ນ, ອົດສະຕາລີ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ