ທ່ານຟ໋າມບິ່ງມິງຮອງນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດອີຕາລີ

ທ່ານຟ໋າມບິ່ງມິງຮອງນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດອີຕາລີ - ảnh 1
ທ່ານ ຟ໋າມ​ບິ່ງ​ມິງ​ ຕ້ອນ​ຮັບ ທ່ານ ນາງ Cecilia Piccioni
(ພາບ: VGP)

(vovworld)- ຕອນ​ບ່າຍ ວັນ​ທີ 10/11, ຢູ່​ຮ່າ​ໂນ້ຍ,  ທ່ານ ຟ໋າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ ​ໄດ້ໃຫ້​ການ​ຕ້ອນ​ຮັບ ທ່ານ ນາງ Cecilia Piccioni ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງສາ​ທາ​ລະ​ນະ​ລັດ​ອີ​ຕາ​ລີ. ທີ່​ການ​ຕ້ອນ​ຮັບ, ທ່ານ ຟ໋າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ຫວຽດ​ນາມ-ອີ​ຕາ​ລີ. ສອງ​ປະ​ເທດ ໄດ້ ແລະ ພວມ​ມີ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ ໃນ​ຫຼາຍເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ. ທ່ານ ຟ໋າມ​ບິ່ງ​ມິງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຊື່ອ​ໝັ້ນ​ວ່າ: ໃນ​ອາ​ຍຸ​ການນີ້, ທ່ານ ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ ເພື່ອ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ຢ່າງ​ແຮງ ກໍ່​ຄື​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ.

        ສ່ວນ ທ່ານ ນາງ​ ເອກ​ອັກ​ຄະ​ລັດ​ຖະ​ທູດ Cecilia Piccioni ຢືນ​ຢັນ​ວ່າ: ອີ​ຕາລີ​ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ ການເພີ່ມ​ທະ​ວີ​ສາຍພົວ​ພັນ​ກ​ັບ​ຫວຽດ​ນາມ, ປາດ​ຖະ​ໜາ​ວ່າ: ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຊຸກ​ຍູ້​ຜັນ​ຂະ​ຫຍາຍ ບັນ​ດາ​ກົນ​ໄກ​ການ​ຮ່ວມມ​ື ເພື່ອ​ແນ​ໃສ່​ສ້າງກຳ​ລັງ​ໜູນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.  ທ່ານ ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ Cecilia Piccioni ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ຈະ​ມາ​ນະ​ພະ​ຍາ​ຍາມ​ ຊຸກ​ຍູ້​ການ​ຮ່ວມ​ມື​ ຫວຽດ​ນາມ-ອີ​ຕາ​ລີ ຢ່າງ​ເລິກ​ເຊິ່ງກວ່າ​ອີກ ແລະ ຈະ​ເຮັດ​ຈົນ​​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ສອງ​ປະ​ເທດ ກໍ່​ຄື​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ ໃນ​ອາ​ຍຸ​ການ​ຂອງ​ຄົນ.

ຂ່າວ/ບົດ​ອື່ນ