ທ່ານຫງວຽນຊິງຮຸ່ງ ແລະ ທ່ານນາງປະທານສະພາສູງລັດເຊຍ
(ພາບ: TTXVN)
(vovworld)- ວັນທີ 17/3, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການໄປຢ້ຽມຢາມສະຫະພັນລັດເຊຍ, ສ.ສະຫະພັນເຢຍລະມັນ ແລະ ສ.ໂປໂລຍ ຢ່າງເປັນທາງການຢ່າງຈົບງາມ. ທີ່ການພົບປະເຈລະຈາຄັ້ງຕ່າງໆ, ທ່ານປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງ ລ້ວນແຕ່ຢືນຢັນວ່າ: ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ລ້ວນແຕ່ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກໃຫ້ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບລັດເຊຍ, ເຢຍລະມັນ ແລະ ໂປໂລຍ ເລິກເຊິ່ງຂຶ້ນຕື່ມ. ການນຳບັນດາປະເທດລັດເຊຍ, ເຢຍລະມັນ ແລະ ໂປໂລຍ ລ້ວນແຕ່ປາດຖະໜາຢາກໃຫ້ສອງປະເທດຈະຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ, ຮອບດ້ານກ່ວາອີກໃນທຸກໆຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາບຳລຸງສ້າງ, ປັບປຸງການພົວພັນອັນເປັນມູນເຊື້ອກັບຫວຽດນາມ ຢ່າງບໍ່ຢຸດຢັ້ງ. ການນຳສະພາແຫ່ງຊາດສະຫະພັນລັດເຊຍ, ສ.ສະຫະພັນເຢຍລະມັນ ແລະ ສ.ໂປໂລຍ ຖືວ່າ: ການຢ້ຽມຢາມ ຈະສືບຕໍ່ປັບປຸງ ແລະ ເປີດກາລະໂອກາດໃໝ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ພ້ອມທັງສະເໜີເພີ່ມທະວີການພົວພັນກັບສະພາແຫ່ງຊາດຫວຽດນາມ ໃນວຽກງານນິຕິບັນຍັດ, ຕິດຕາມກວດກາບັນດາໂຄງການຮ່ວມມືລະຫວ່າງລັດຖະບານສອງປະເທດ ເພື່ອນັບມື້ນັບນຳມາເຊິ່ງປະສິດທິຜົນອັນແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດ.