ທ່ານຫງວຽນຊວນຟຸກ ກ່່າວຄຳເຫັນທີ່ກອງປະຊຸມ
(ພາບ: infonet.vn)
|
(vovworld)- ໃນຕອນເຊົ້າວັນທີ 15 ມີນາ, ຄະນະກວດກາ, ຕິດຕາມກວດກາ ກອງປະຊຸມເລືອກຕັ້ງແຫ່ງຊາດ ໂດຍທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ, ປະທານຜູ້ປະຈຳການ ສະພາເລືອກຕັ້ງແຫ່ງຊາດ ເປັນຫົວໜ້າຄະນະ, ໄດ້ລົງກວດກາວຽກງານຜັນຂະຫຍາຍ ການເລືອກຕັ້ງ ສສຊ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2016-2021 ຂອງນະຄອນຮ່າໂນ້ຍ. ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ ຊົມເຊີຍ ຮ່າໂນ້ຍ ໄດ້ຜັນຂະຫຍາຍການປະຕິບັດ ວຽກງານການເລືອກຕັ້ງ ຖືກຕາມຂໍ້ກຳນົດ, ແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ ໃນວຽກງານການເລືອກຕັ້ງ ຢ່າງທັນການ, ເສີມຂະຫຍາຍນ້ຳໃຈປະຊາທິປະໄຕ. ທ່ານ ຫງວຽນຊວນຟຸກ, ຮອງນາຍົກລັດຖະມົນຕີ ສະເໜີແນະ ນະຄອນຮ່າໂນ້ຍ ຕ້ອງເຮັດວຽກງານໂຄສະນາ ກ່ຽວກັບການເລືອກຕັ້ງໃຫ້ດີກ່ວາເກົ່າ ແລະ ຮັບປະກັນຄວາມສະຫງົບ, ປອດໄພຢ່າງເດັດຂາດ ເພື່ອເຮັດໃຫ້ວັນທີ 22 ພຶດສະພາ ຈະກາຍເປັນວັນບຸນ ຂອງທົ່ວປວງຊົນ, ຮັບປະກັນສິດຂອງຜູ້ເລືອກຕັ້ງຢ່າງແທ້ຈິງ.
"ວຽກສຳຄັນ ແມ່ນຕ້ອງປະຕິບັດຖືກຕ້ອງຕາມກົດໝາຍ. ທີ່ສອງ ແມ່ນຮັບປະກັນຈຳນວນ ແລະ ຄຸນນະພາບສະມາຊິກ, ໂຄງປະກອບສະມາຊິກ. ສະພາແຫ່ງຊາດ ຫຼື ສະພາປະຊາຊົນ ແມ່ນຕົວແທນໃຫ້ສິດຜົນປະໂຫຍດ ຂອງປະຊາ ຊົນ, ດັ່ງນັ້ນ, ຕ້ອງມີໂຄງປະກອບຜູ້ແທນທີ່ສອດຄ່ອງ. ທີສາມ ແມ່ນບັນຫາເນື້ອໃນ ແລະ ຮູບການ, ນີ້ແມ່ນວັນບຸນຂອງທົ່ວປວງຊົນ, ປະຊາຊົນກະຕືລືລົ້ນໄປປ່ອນບັດເລືອກຕັ້ງ ຄືແນວນັ້ນ ການເລືອກຕັ້ງຈຶ່ງຈະປະສົບຜົນສຳເລັດເປັນຕົ້ນແມ່ນ ຢູ່ນະຄອນຫຼວງ."