ທ່ານຫງວຽນຊວນ​ຟຸກໃຫ້ການຕ້ອນຮັບ ເຈົ້າຄອງ ນະຄອນເຕເຮຣານ

ທ່ານຫງວຽນຊວນ​ຟຸກໃຫ້ການຕ້ອນຮັບ ເຈົ້າຄອງ ນະຄອນເຕເຮຣານ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ

(ພາບ: nguyensinhhung.net)

(VOV)- ວັນ​ທີ 30/11, ທີ່ການຕ້ອນຮັບຄະນະຜູ້ແທນນະຄອນເຕເຮຣານ ປະເທດອິຣານ ໂດຍທ່ານເຈົ້າຄອງ Mohamad Baghen glalibaf ນຳ​ໜ້າ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ໄດ້​ຊົມ​ເຊີຍ​ການຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ​ຄະນະ, ຖຶວ່າ, ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ສອງ​ນະຄອນ​ຮ່າ​ໂນ້ຍ-ເຕເຮຣານ ​ແລະ​ ສອງ​ປະ​ເທດ​ເວົ້າລວມ. ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ຢືນຢັນ​ວ່າ: ຍາມ​ໃດ, ຫວຽດນາມ ກໍ່​ຖື​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ປະຊາຊົນ​ອີຣານ ເປັນ​ສຳຄັນ, ທ່ານ​ສະ​​ແດງ​ໃຫ້​ເຫັນ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຜົນງານ​ທີ່​ປະຊາຊົນ​ອີຣານ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ອວຍພອນ​ສອງນະຄອນ​ຮ່າ​ໂນ້ຍ-ເຕເຮຣານ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື, ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​ເຊື່ອໝັ້ນວ່າ, ສ​ອງຝ່າຍ​ຈະມານະ​ພະຍາຍາມ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມືທີ່​ໄດ້​ບັນລຸ​.

 

 

ຂ່າວ/ບົດ​ອື່ນ