ທ່ານຫງວຽນຊວນຟຸກໄດ້ຮັບສະເໜີໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ

ທ່ານຫງວຽນຊວນຟຸກໄດ້ຮັບສະເໜີໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ - ảnh 1
ທ່ານຫງວຽນຊວນຟຸກໄດ້ຮັບສະເໜີໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ
(ພາບ​ປະ​ກອບ)

(vovworld) - ຕາມ​ໝາກ​ຜົນ​ການ​ປ່ອນ​ບັດ​ທີ່​ໄດ້​ປະ​ກາດ​ໃນ​ຕ​ອນ​ບ່າຍ​ວັນ​ທີ 06/04, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດໄດ້​ເປັນ​ເອ​ກະ​ພາບ​ໃຫ້​ເຊົາ​​ດຳ​ລົງຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສຳ​ລັບ​ທ່ານ ຫງວຽນ​ເຕີນ​ຢຸງ ດ້ວຍ​ອັດ​ຕາ​ບັດ​ເຫັນ​ດີ 84,62%.

        ແລະ​ກ​ໍ​ໃນ​ກອງ​ປະ​ຊຸມ​ຕອນ​ບ່​າຍ​ວັນ​ທີ 06/04, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ສະ​ເໜີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ໃບ​ສະ​ເໜີ​ຂອງ​ປະ​ທານ​ປະ​ເທດ​ຊີ້​ແຈ້ງວ່າ, ​ອີງ​ໃສ່​ມາດ​ຕາ 88 ​ຂອງລັດ​ຖະ​ທຳ​ມະ​ນູນ​ຫວຽດ​ນາມ, ມາດ​ຕາ 8 ຂອງ​ກົດ​ໝາຍ​ວ່າ​ດ້ວຍສະ​ພາ​ແຫ່ງ​ຊາດ, ມະ​ຕິ​ເລກ​ທີ 01 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ກົດ​ລະ​ບຽບຂອງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ເພື່ອ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ທ່ານ ຫງວຽນ​ຊວນ​ຟຸກ ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

        ທ່ານ ຫງວຽນ​ຊວນ​ຟຸກ ເກີດ​ປີ 1954. ທ່ານ​ໄດ້​ຮັບ​ດຳ​ລົງ​ບັນ​ດາ​ຕຳ​ແໜ່ງ​ຄື: ຮອງ​ເລ​ຂາ​ຄະ​ນະ​ພັກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງກວາງ​ນາມ; ຮອ​ງຫົວ​ໜ້າ​ອົງ​ການ​ກວດ​ກາ​ລັດ​ຖະ​ບານ; ລັດ​ຖະ​ມົນ​ຕີ - ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ; ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ທ່ານ​ແມ່ນ​​ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10, 11, 12; ກຳ​ມະ​ການ​ກົມ​ການ​ເມືອງ​ຊຸດ​ທ​ີ 11, 12.

ຂ່າວ/ບົດ​ອື່ນ