ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

(VOVWORLD) -ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ
ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ - ảnh 1ທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ
ພາບ:vietnam+

ຕອນເຊົ້າວັນທີ 10 ກຸມພາ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊົມເຊີຍ ໝູ່ຄະນະພະນັກງານ ພາລະກອນ ເຂດປູຊະນີຍະສະຖານ ຍາມໃດກໍ່ມານະພະຍາຍາມສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາ ຮັກສາວັດຖຸພັນ ເອກະສານກ່ຽວກັບປະທານໂຮ່ຈີມິນເປັນຢ່າງດີ. ເນື່ອງໃນໂອກາດບຸນປີໃຫມ່ປະຈຳຊາດ ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະຫນາຢາກໃຫ້ພະນັກງານ, ພາລະກອນ ຕ້ອນຮັບປີໃຫມ່ຢ່າງເບີກບານມ່ວນຊື່ນ ສ້າງຜົນງານຫລາຍກວ່າປີກາຍ, ສືບຕໍ່ຮ່ຳຮຽນ ປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ ພ້ອມທັງແນະນຳ ເຜີຍແຜ່ຊີວິດ ພາລະກິດຂອງປະທານໂຮ່ຈີມິນ ເຖິງພໍ່ແມ່ພີ່ນ້ອງ ນັກຮົບໃນທົ່ວປະເທດ ແລະນັກທ່ອງທ່ຽວສາກົນເມື່ອມາຢ້ຽມຢາມເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ