ທ່ານຮອງນາຍົກ ລັດຖະມົນຕີ ວູວັນນິງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ

ທ່ານຮອງນາຍົກ ລັດຖະມົນຕີ ວູວັນນິງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ວູວັນນິງ ແລະ ທ່ານລັດຖະມົນຕີກະຊວງການຄ້າ ຣໍ
 ( ພາບ: vuvanninh.net )

( vovworld ) - ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 11 ກຸມພາ, ຄະນະ​ຜູ້​ແທນ​ຂັ້ນສູງ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະຕ່າງໆ, ສອງ​ຝ່າຍ​ໄດ້​ສະ​​ແດງຄວາມ​ພາກ​ພູມ​ໃຈຕໍ່ການ​ພັດທະນາຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຂອງ​ສາຍ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ທີ​ຜ່ານ​ມາ ​ແລະ ​ແລກປ່ຽນ​ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນຂົງ​ເຂດ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ສຶກສາ​ບຳລຸງ​ສ້າງ.

  ທ່ານ​ຮອງ​ນາຍົກລັດຖະມົນຕີວູວັນນິງ​ໄດ້​ຢືນຢັນ​ວ່າ ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະຜູ​ແທນລະຫວ່າງ​ອຳນາດ​ການ​ປົກ​ຄອງ, ສະພາ​ແຫ່ງ​ຊາດ ​ແລະ ທ້ອງ​ຖີ່​ຕ່າງໆ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ກໍ່​ສະ​ເໜີ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຮັບຮອງ​ກົນ​ໄກ​ເສດຖະກິດການ​ຕະຫຼາດ​​ໃຫ້ ຫວຍ​ດນາມໂດຍ​ໄວ ​ແລະ ສະຫງວນ​ໃຫ້​ແກ່ ຫວຽດນາມ ກົນ​ໄກ​ພິ​ເສດ​ດ້ານ​ພາສີອາກອນ ( GSP ), ຍົກເລີກ​ບັນດາມາດ​ຕະການຈຳກັດດ້ານ​ການ​ຄ້າ​ສຳລັບ​ບັນດາ​ຜະລິດ​ຕະພັນຂອງ​ ຫວຽດນາມ​ຄື, ກຸ້ງ, ປາຈາ, ນ້ຳ​ເຜິ້ງ … ສືບ​ຕໍ່​ມີ​ບາດກ້າວ​ຢ່າງ​ແທດ​ຈິງ​ກວ່າ​ອີກ​​ເພື່ອແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ຫຼັງ​ຈາກ​ສົງຄາມ, ພິ​ເສດ​ແມ່ນ​ການ​ເພີ່ມ​ທະວີ​ບັນດາ​​ໂຄງການ​ລ້າງພິດ, ຊ່ວຍ​ເຫຼື​ອຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົມ​ດີ​ໂອ​ສີນ. ທ່ານ​ຮອງ​ນາ​ບົກ​ລັດຖະມົນຕີ ວູວັນ​ນິງ ກໍ​ຢືນຢັນ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າ​ການ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ​ຂອງ​ ຫວຽ​ດນາມ, ​ເຊິ່ງຕາມ​ນັ້ນ​ແລ້ວ​ຈະ​ສືບ​ຕໍ່​ພ້ອມ​ກັບ​ຝ່າຍ ອາ​ເມ​ລິ​ກາ ​ແລະ ຄູ່​ຮ່ວມ​ມື​ຕ່າງໆ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງປາຊີ​ຟິກ, ພ້ອມ​ກັນ​ນັ້ນ​ກໍ​ສະ​ເໜີ​ໃຫ້​ຝ່າຍ ອາ​ເມ​ລິ​ກາ ​ຕອບ​ສະ​ໜອງບັນດາ​ຜົນ​ປະ​​ໂຫຍ​ດຂອງ ຫວຽ​ດນາມ ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມືລະຫວ່າງປາຊີ​ຟິກ.

        ຝ່າຍ ອາ​ເມ​ລິ​ກາ ຢືນຢັນ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ ກວ່າ​ອີກ​ ຕາມ​ທິດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ເນັ້ນ​ໜັກ​​ເຖິງ​ຄວາມ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ​ ໃນ​ບັນດາ​ຂົງ​ເຂດ​ຄື ​ເສດຖະກິດ - ການ​ຄ້າ, ວິທະຍາ​ເສດ - ​ເຕັກ​ໂນ​ໂລ​ຊີ, ການ​ສຶກາ ​ແລະ ບຳລຸງ​ສ້າງ … ​ແລະ ສົມທົບ​ກັນຢູ່​ບັນດາ​ເວທີປາໄສ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ​ຄື; ອາ​ຊຽນ, ​ເວທີ​ປາ​ໄສປ້ອງ​ກັນ​ຄວາມ​ສະ​ຫງ​ົ​ບ​ພາກ​ພື້ນ​ອາ​ຊຽນ ( ARF ), ເວທີ​ປາ​ໄສຮ່ວມ​ມື​ດ້ານເສດຖະກິດ​ອາຊີ - ປາຊີ​ຟິກ ( APEC ), ກອງ​ປະຊຸມ​ຂັ້ນ​ສູງ​ອາຊີຕາ​ເວັນ​ອອກ ( EAS )… ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​. ຝ່າຍ​ ອາ​ເມ​ລິ​ການ​ກໍ​ປາດ​ຖະໜາ​ວ່າ ສອງ​ຝ່າຍ​ຈະ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຂ້າງ​ໃນ​ສາຍ​ພົວພັນ​ດ້ານ​ການ​ຄ້າ​, ພ້ອມ​ກັນ​ມານະ​ພະຍາຍາມປະຕິບັດສຳ​ເລັດ​ການ​ເຈລະ​ຈາ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງປາຊີ​ຟິກ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ