ທ່ານຮອງນາຍົກລັດຖະ ມົນຕີ ຫວູ້ວັນນິງ ຢ້ຽມຢາມ ຊູແອດ ຢ່າງເປັນທາງການ

ທ່ານຮອງນາຍົກລັດຖະ ມົນຕີ ຫວູ້ວັນນິງ ຢ້ຽມຢາມ ຊູແອດ ຢ່າງເປັນທາງການ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງພົບ​ປະ​ກັບ
ທ່ານ​ນາງ Kerstin Af Jocknick ຮັກສາ​ການຜູ້​ວ່າການທະນາຄານ​ສູນ​ກາງ ຊູແອດ)


(vovworld) - ວັນທີ 11/4, ​ໃນ​ການ​ຢ້ຽມຢາມ ຊູແອດ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນ​ຂອງ​ລັດຖະບານ ປະ​ເທດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ​ໄດ້ເຂົ້າຢ້ຽມຂໍ່ານັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຊູແອດ, ​ເຮັດ​ວຽກກັບ​ລັດຖະມົນຕີ​ກະຊວງ​ການ​ຄ້າ ​ແລະ ຮ່ວມ​ມື​ ເອີຣົບ​ເໜືອ​ ແລະ ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ຊູແອດ ກໍ່​ຄືຕ້ອນຮັບ​ການ​ນຳ​ກຸ່ມ​ບໍລິສັດ​ອັນ​ດັບໜຶ່ງຂອງ ຊູແອດ ຈຳນວນໜຶ່ງ.

    ກ່ອນໜ້ານັ້ນ, ວັນ​ທີ 10/4, ທີ່​ການ​ພົບ​ປະ​ກັບທ່ານ​ນາງ Kerstin Af Jocknick ຮັກສາ​ການຜູ້​ວ່າການທະນາຄານ​ສູນ​ກາງ ຊູແອດ ​ແລະ ທ່ານ Peter Norman ລັດຖະມົນຕີຕະຫຼາດ​ການ​ເງິນ ຊູແອດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ້ວັນ​ນິງ ປາດ​ຖະໜາຢາກ​ໄດ້​ຮັບ​ການໜຸນຊ່ວຍ​ຂອງ​ລັດຖະບານ ຊູແອດ, ພິ​ເສດ​ແມ່ນ​ບົດຮຽນ​ໃນ​ການ​ພັດທະນາ​ຕະຫຼາດການ​ເງິນ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ ຊູແອດ ຕັ້ງໜ້າຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ສະຫະພາບ ​ເອີຣົບ(EU)​​ໃຫ້​ສຳ​ເລັດ​ໂດຍ​ໄວ ​ແລະ ຮັບຮອງ​ເອົາ​ຂໍ້​ກຳນົດກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດສຳລັບ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີຮຽກຮ້ອງ​ລັດຖະບານ ຊູແອດ ສືບ​ຕໍ່​ສົ່ງ​ເສີມ​ບັນດາ​ກຸ່ມ​ບໍລິສັດລົງທຶນ, ດຳ​ເນີນ​ທຸລະ​ກິດ​ຂອງ ຊູແອດ ເຂົ້າ​​ຮ່ວມຕະຫຼາດ ຫວຽດນາມ.

ຂ່າວ/ບົດ​ອື່ນ