ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບິ ຊາ​ອຸ​ດິ

(VOVWORLD) -ຕອນບ່າຍວັນທີ 13 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ, ເຈົ້າຊາຍ Faisan bin Farhan Al Saud ເພື່ອແລກປ່ຽນກ່ຽວກັບສະພາບການ ແລະ ບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງ ສອງປະເທດ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບິ ຊາ​ອຸ​ດິ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ, ເຈົ້າຊາຍ Faisan bin Farhan Al Saud (ພາບ:baoquocte.vn)

  ໃນການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມພໍເພິ່ງໃຈຕໍ່ບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ ໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໜັກວ່າ ຕ້ອງມີການກຽມພ້ອມເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ຫຼາຍກ່ວາອີກ ເມື່ອສາມາດຄວບຄຸມໂລກລະບາດ Covid – 19 ໄດ້ແລ້ວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງ, ໃນສະພາບການໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນ, ສອງຝ່າຍຄວນຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ຜ່ານການພົວພັນແລກປ່ຽນທາງອອນລາຍ. ກ່ອນອື່ນໝົດແມ່ນຕ້ອງກະກຽມຈັດຕັ້ງ ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ອາຣັບບິ ຊາອຸດິ ທີ່ໃກ້ຈະມາຮອດແລ້ວໃຫ້ເປັນຢ່າງດີ ດ້ວຍຮູບການທາງອອນລາຍ, ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລະຫວ່າງ ສອງປະເທດ… ສ້າງກອບນິຕິກຳ ໃຫ້ແກ່ການຮ່ວມມືສອງຝ່າຍ.

       

ຕອບກັບ

ຂ່າວ/ບົດ​ອື່ນ