ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຕຳຫຼວດທະເລເຂດໜຶ່ງ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຕຳຫຼວດທະເລເຂດໜຶ່ງ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢ້ຽມຢາມ​ຕຳຫຼວດ​ທະ​ເລ​ເຂດ​ໜຶ່ງ

(ພາບ: VGP/Lê Sơn)

(vovworld) - ​ວັນ​ທີ 6/1, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນສູງ​ຂອງລັດ​ໄດ້​ລົງ​ຢ້ຽມຢາມ​ຕຳຫຼວດ​ທະ​ເລ​ເຂດ​ໜຶ່ງ ຂຶ້ນ​ກັບ​ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ​ຫວຽດນາມ. ​ເມື່ອ​​ໂອ້​ລົມ​ກັບ​ພະນັກງານ, ນັກຮົບ​ຕຳຫຼວດ​ທະ​ເລ​ຫວຍ​ດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ​້ຍ້ອງຍໍສັນລະ​ເສີນ​ພະນັກງານ, ນັກຮົບ​ກຳລັງ​ຕຳຫຼວດ​ທະ​ເລ​ຫວຽດນາມ ທຸກ​ຄົນ ພາ​ຍຫຼັງ 14 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ​ເຕີບ​ໃຫຍ່ ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ປະຕິບັດ​ໜ້າ​ທີ່​ເຊິ່ງພັກ, ລັດ​ຖະບານມອບໝາຍ​ໃຫ້​ຢ່າງ​ມີ​ໄຊ. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​​ໃຫ້​ບັນດາ​ພະນັກງານ, ຕຳຫຼວດໃນ​ທົ່ວ​ກຳລັງ, ສືບ​ຕໍ່​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ​ດ້ານ​ການ​​ເມືອງ, ​ເສີມ​ຂະຫຍາຍ​ມູນ​ເຊື້​ອອົງ​ອາດ​ກ້າຫານ​ຂອງ​ຊາດ, ຕັດສິນ​ໃຈ​ຮັກສາ​ຄວາມ​ໝັ້ນຄົງ​ບົນ​ທະ​ເລ ​ແລະ ປັກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ​ເກາະ, ​ໄຫຼ່​ທະວີບ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ