ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ໂຮງຮຽນມິດຕະພາບ T78

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ຢູ່ໂຮງຮຽນມິດຕະພາບ T78 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຢ້ຽມຢາມໂຮງຮຽນ​ມິດຕະພາບ T78
(ພາບ: chinhphu.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 23/09, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ພິທີ​ເປີດ​ສົກຮຽນ​ໃໝ່​ຂອງ​ໂຮງຮຽນ​ມິດຕະພາບ T78. ນີ​ແມ່ນ​ໂຮງຮຽນ​ພິ​ເສດ ດ້ວຍ​ໜ້າ​ທີ່​ບຳລຸງ​ສ້າງ​ພາສາ​ຫວຽດ ​ໃຫ້​ນັກຮຽນ​ລາວ ​ແລະ ບຳລຸງ​ສ້າງ​ລະ​ດັບ​ມັດທະຍົມ​ຕອນ​ປາຍ ​ໃຫ້​ບັນດາ​ນັກຮຽນ​ຊາວ​ຊົນ​ເຜົ່າ​ຂອງ 22 ​ແຂວງ​ພູ​ດອຍທາງ​ພາກ​ເໜືອ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ​ໃໝ່, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ໂຮງຮຽນ T78 ຕ້ອງ​ຊາບ​ຊຶມ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດກ່ຽວ​ກັບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ຢ່າງ​ເລິກ​ເຊິ​ງ. ຄຽງ​ຂ້າງ​ນັ້ນ, ຕ້ອງ​​ເບິ່ງ​ແຍງ, ຍົກ​ສູງຄຸນ​ນະພາ​ບການ​ສິດສອນ ​ແລະ ຮໍ່າຮຽນ​ຢ່າງຮອບດ້ານ​ກວ່າ​ອີກ ​ໃນ​ດ້ານ​ຄຸນ​ສົມບັດ, ພູມປ​ັນຍາ, ສຸຂະພາບ, ຄວາມ​ງາມ ​ແລະ ສ້າງ​ຖັນ​ແຖວ​ພະນັກງານ​ຄູ​ສອນ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ເກັ່ງ​ດ້ານ​ວິຊາ​ສະ​ເພາະ, ປອດ​ໄສ​ດ້ານຄຸນສົມບັດ, ມີ​ຄວາມສຸມ​ຈິດ​ສຸມ​ໃຈ​… ດ້ວຍ​ພາລະກິດ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ​ຫວຽນາມ - ລາວ. ພິ​ເສດ, ຄູ​ອາຈານ ​ແລະ ນັກຮຽນ​ໂຮງຮຽນ T78 ຕ້ອງ​ສຸມ​ໃສ່​ປ່ຽນ​ໃໝ່​ເນື້ອ​ໃນ, ວິທີ​ການ​ສິດສອນ, ຖືນັກຮຽນ​ສຳຄັນ, ຍົກ​ສູງ​ການ​ຮໍ່າຮຽນ​ດ້ວຍ​ຕົນ​ເອງ, ​ເພີ່ມ​ທະວີ​ການ​ປຶກສາ​ຫາລື, ​ເປັນ​ເຈົ້າ​ການ​ປັບປຸງ​ເນື້ອ​ໃນ​ຫຼັກສູດ​ຢ່າງ​ມີ​ໄຫວ​ພິບ ຕາມທິດ​ສົມ​ທົບກັນ​ທີ່ເໝາະ​ສົມກັບ​ເງື່ອນ​ໄຂ​ຕົວ​ຈິງ ​ແລະ ລະດັບ​ຄວາມ​ຮູ້​ຂອງ​ນັກຮຽນ.

ຂ່າວ/ບົດ​ອື່ນ