ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ກວດ​ກາ​ວຽກ​ງານ ປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ບິ່ງ​ເຢືອງ

(VOVWORLD) -ຕອນບ່າຍວັນທີ 16 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ນຳໜ້າຄະນະປະຕິບັດງານສູນກາງລົງຢ້ຽມຢາມ, ເຮັດວຽກ ແລະ ກວດກາການປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບິ່ງເຢືອງ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ກວດ​ກາ​ວຽກ​ງານ ປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ບິ່ງ​ເຢືອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ບິ່ງເຢືອງ

ຢູ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຮູ້ວ່າ ທ້ອງຖິ່ນນີ້ ມີບັນດາການປະດິດສ້າງໃນການຮັກສາ ແລະ ເປີດກ້ວາງ “ເຂດຂຽວ” (ໝາຍເຖິງເຂດບໍ່ມີຜູ້ຕິດເຊື້ອ) ໂດຍແມ່ນພື້ນຖານເພື່ອລົບລ້າງ “ເຂດແດງ" (ໝາຍເຖິງເຂດທີ່ມີຜູ້ຕິດເຊື້ອ), ຮູບແບບການຜະລິດ 3 ຂຽວ (ໂຮງງານຂຽວ, ເຮືອນພັກຂຽວ ແລະ ກຳມະກອນຂຽວ) ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ຊ່ວຍໃຫ້ວິສາຫະກິດມີການຜະລິດເປັນປົກກະຕິ.

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັ້ກວ່າ, ບິ່ງເຢືອງ ພວມຢູ່ໃນໄລຍະສຸດທ້າຍໃນວຽກງານດັບມອດໂລກລະບາດ ໂຄວິດ - 19 ດັ່ງນັ້ນ ຕ້ອງສືບຕໍ່ປະຕິບັດບັນດາມາດຕະການ ເພື່ອນຳແຂວງກັບຄືນສູ່ສະພາບການປົກກະຕິໃໝ່. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢັ້ງຢືນວ່າ ເພື່ອສ້າງພູມຕ້ານທານໃນປະຊາຄົມ, ສູນກາງຈະໃຫ້ບຸລິມະສິດແກ່ແຂວງບິ່ງເຢືອງ, ທ່ານກ່າວວ່າ:

ໜ່ວຍປະຕິບັດງານຈະແລກປ່ຽນກັບກະຊວງສາທາລະນະສຸກ ສືບຕໍ່ມານະພະຍາຍາມ ໃຫ້ບຸລິສະມິດວັກຊິນໃຫ້ແກ່ແຂວງ ໂດຍໄວ ຍ້ອນວ່າ ບິ່ງເຢືອງ ແມ່ນແຂວງອຸດສາຫະກຳໃຫຍ່ທີ່ສຸດ. ມີນັກຊ່ຽວຊານຫຼາຍທ່ານເວົ້າວ່າ, ບໍ່ສາມາດລົບລ້າງໄວຣັດ ໃນຊຸມຊົນໄດ້ ແລະ ໄວຣັດ ຈະຍັງຄົງຕົວ, ເມື່ອພວກເຮົາສັກວັກຊິນກັນໂຄວິດ - 19 ແລະ ສົມທົບກັບມາດຕະການປ້ອງກັນ ຕ່າງໆ ຈະຫຼຸດຈຳນວນຜູ້ຕິດເຊື້ອທີ່ມີອາການໜັກ, ຜູ້ເສຍຊີວິດ ລົງ ເພື່ອກັບຄືນສູ່ສະພາບການປົກກະຕິໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ