ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບປະທານໜັງສືພິມ Asahi Shimbum

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບປະທານໜັງສືພິມ Asahi Shimbum - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ
ຕ້ອນຮັບ​ທ່ານ Masataka Watanabe
(ພາບ: VGP)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 04/02 ທີ່​ກາ​ນຕ້ອນຮັບ​ທ່ານ Masataka Watanabe ປະທານ​ໜັງສື​ພິມ Asahi Shimbun ຢູ່​ສຳນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ຖື​ວ່າ: ໜັງສື​ພິມ Asahi Shimbun ​ແມ່ນ​ຂົວ​ເຊື່ອ​ມຕໍ່​ຂໍ້​ມູນ​ຂ່າວ​ສຳຄັນ ນຳ​ປະ​ເທດຊາດ ຫວຽດນາມ ມາ​ໃກ້​ກັບ​ໂລກ​ກ່ວາ ​ໂດຍ​ຜ່ານ​ຮູບ​ພາບ​ແມ່ນ​ປະ​ເທ​ດ ທີ່​ມີ​ຄວາມສະໜິດສະໜົມ, ຮັກຫອມ​ສັນຕິພາບ ​ແລະ ຍຸຕິ​ທຳ. ໜັງສື​ພິມ ກໍ່​ແມ່ນ​ຂົວ​ຕໍ່​ສຳຄັນທີ່ຊ່ວຍ​ໃຫ້ ຫວຽດນາມ, ຍີ່ປຸ່ນ ມີ​ຄວາມ​ເຂົ້າ​ໃຈກັນ​ຢ່າງ​ເລິກ​ເຊິ່ງກ່ວາ, ຜ່ານ​ນັ້ນ ຮັດ​ແໜ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ ​ເພື່ອ​ສັນຕິພາບ ​ແລະ ຄວາມວັດທະນາ​ຖາວອນ​ຢູ່ ອາຊີ ຂອງ 2 ປະ​ເທດ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູດຶກ​ດາມ ປາດ​ຖະໜາ​ວ່າ: ໜັງສືພິມ Asahi Shimbun ສືບ​ຕໍ່​ຕິ​ດຕາມ, ​ໃຫ້​ຂ່າວ​ກ່ຽວ​ກັບ ຫວຽດນາມ, ຊ່ວຍ​ປະຊາຊົນ ຍີ່ປຸ່ນ ​ແລະ ​ໂລກ​ມີ​ຄວາມເຂົ້າ​ໃຈ​ກ່ວາ​ອີກກ່ຽວ​ກັບ​ສະພາບ​ການ ​ແລະ ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ກໍ່​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ, ຄວາມ​ມານະ​ພະ​ຍາ​ຍາມ​ຂອງ ຫວຽດນາມ ທີ່ປະກອບສ່ວນ​ເຂົ້າ​ວຽກ​ງານ​ລວມຂອງ​ພາກ​ພື້ນ ​ແລະ ​ໂລກ, ສູ້​ຊົນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ​ເຄົາລົບ​ກົດໝາຍ​ສາກົນ​ຢູ່​ພາກ​ພື້ນ ​ແລະ ​ໂລກ​.

        ຂອບ​ອົກ​ຂອບ​ໃຈທ່ານ​ຮອງ​ນາຍົກ​ລັດ​ຖະມົນ​ຕີທີ່​​ໄດ້ສະຫງວນ​ເວລາ​ຕ້ອນຮັບ, ທ່ານ Masataka Watanabe ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ, ໜັງສື​ພິມ Asahi Shimbun ​ໄດ້​ມີ​ບັນດາ​ບົດ​ຂຽນທີ່​ຕັ້ງໜ້າ, ເລິກ​ເຊິ່ງ, ປະກອບສ່ວນ​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ ຫວຽດນາມ ​ແລະ ພາລະ​ກິດ​ສ້າງສັນ, ພັດທະນາ​ປະ​ເທດ​ຂອງ ຫວຽດນາມ ກັບ​ປະຊາຊົນ ຍີ່ປຸ່ນ ກໍ່​ຄືຜູ້​ອ່ານ​ສາກົນ. ໜັງສື​ພິມ Asahi Shimbun ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ, ຍີ່ປຸ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ