ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ: ຕ້ອງລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໂດຍມີຈຸດສຸມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສຸມໃສ່ລົງທຶນໂດຍມີຈຸດສຸມ; ປະສານສົມທົບກັບບັນດາແຫຼ່ງທຶນເພື່ອປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ: ຕ້ອງລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໂດຍມີຈຸດສຸມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: nhandan.vn)

        ຕອນບ່າຍວັນທີ 10 ສິງຫາ, ຢູ່ ອຽນບາຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລິວກວາງ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ, ໄດ້ເປັນປະທານກອງປະຊຸມທາງໄກເຊື່ອມຕໍ່ກັບ 14 ແຂວງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ ກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດ.

        ໂດຍຕີລາຄາສູງວຽກງານຜັນຂະຫຍາຍການປະຕິບັດໂຄງການເປົ້າໝາຍແຫ່ງຊາດຂອງບັນດາແຂວງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສຸມໃສ່ລົງທຶນໂດຍມີຈຸດສຸມ; ປະສານສົມທົບກັບບັນດາແຫຼ່ງທຶນເພື່ອປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ; ພ້ອມກັນນັ້ນ, ກໍ່ເອົາໃຈໃສ່ເຖິງວຽກງານຕິດຕາມກວດກາ ແລະ ການປະຕິບັດ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລິວກວາງ ໄດ້ເຮັດວຽກກັບແຂວງ ອຽນບາຍ ກ່ຽວກັບສະພາບການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ