ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຖະ​ຫວາຍ​ທູບ​ທຽນ ​ໄຫວ້ອາໄລ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ກື່

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນວັນກື່ ເປັນຜູ້ຊີ້ນຳການປ່ຽນແປງຍຸດທະສາດສ້າງບາດລ້ຽວສຳຄັນຂອງການປະຕິວັດ ຫວຽດນາມ ໄລຍະ 1938 – 1941.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ຖະ​ຫວາຍ​ທູບ​ທຽນ ​ໄຫວ້ອາໄລ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ກື່ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄຫວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນວັນກື່ (ພາບ: VGP)

ວັນທີ 9 ກໍລະກົດ, ທີ່ເຂດອະນຸສອນສະຖານທ່ານເລຂາທິການໃຫຍ່ ຫງວຽນວັນກື່ ຢູ່ແຂວງ ບັກນິງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ນຳໜ້າຄະນະຜູ້ແທນ ໄປຖະຫວາຍທູບທຽນໄຫວ້ອາໄລ ທ່ານເລຂາທິການໃຫຍ່ ຫງວຽນວັນກື່ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຮອບ 111 ປີ (9/7/1912 - 9/7/2023).

ທ່ານເລຂາທິການໃຫຍ່ ຫງວຽນວັນກື່ ເປັນຜູ້ຊີ້ນຳການປ່ຽນແປງຍຸດທະສາດສ້າງບາດລ້ຽວສຳຄັນຂອງການປະຕິວັດ ຫວຽດນາມ ໄລຍະ 1938 – 1941. ຜົນງານ “ຕຳໜິຕິຊົມດ້ວຍຕົນເອງ” ຂອງເພິ່ນ ໄດ້ຍົກໃຫ້ເຫັນທັດສະນະອັນຖືກຕ້ອງຂອງລັດທິ ມາກ - ເລນິນ ຢ່າງເດັ່ນຊັດກ່ຽວກັບການສ້າງຄວາມສາມັກຄີ, ເອກະພາບພາຍໃນພັກ, ການຕໍ່ສູ້ເພື່ອມີການຕຳໜິຕິຊົມຕົນເອງ ແລະ ການຕຳໜິຕິຊົມກັນ... ມາຮອດຈຸດເວລານີ້ຍັງມີລັກສະນະຍຸກສະໄໝ ແລະ ມີຄຸນຄ່າທາງດ້ານທິດສະດີພຶດຕິກຳຕົວຈິງຢ່າງໃຫຍ່ຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ