ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້າງ​ລະ​ບົບ​ສະ​ຖິ​ຕິ​ແຫ່ງ​ຊາດ ກ່ຽວ​ກັບ​ເສດ​ຖະ​ກິດ​ສີ​ຂຽວ​ໃຫ້​ສ​ົມ​ບູນແບບ

(VOVWORLD) - ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າໄດ້ເປັນປະທານກອງປະຊຸມກ່ຽວກັບການປະກາດລະບົບຂະແໜງເສດຖະກິດສີຂຽວແຫ່ງຊາດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ຮົ່ງ​ຮ່າ: ສ້າງ​ລະ​ບົບ​ສະ​ຖິ​ຕິ​ແຫ່ງ​ຊາດ ກ່ຽວ​ກັບ​ເສດ​ຖະ​ກິດ​ສີ​ຂຽວ​ໃຫ້​ສ​ົມ​ບູນແບບ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າໄດ້ຢັ້ງຢືນວ່າ ການສ້າງລະບົບຂະແໜງເສດຖະກິດສີຂຽວແຫ່ງຊາດ ແມ່ນພວມປະຕິບັດແຜນນະໂຍບາຍໃຫຍ່ຂອງພັກ, ລັດ ກ່ຽວກັບຍຸດທະສາດ, ການວາງແຜນຜັງ ທີ່ກ່ຽວຂ້ອງເຖິງ ເສດຖະກິດສີຂຽວ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄ້ວາໂດຍໄວເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ປະກາດໃຊ້ ປະມວນມາດຖານສີຂຽວແຫ່ງຊາດ. ທ່ານໃຫ້ຮູ້ວ່າ:

ກະຊວງແຜນການ ແລະ ການລົງທຶນຕ້ອງຄົ້ນຄ້ວາບູລະນະລະບົບສະຖິຕິແຫ່ງຊາດກ່ຽວກັບເສດຖະກິດສີຂຽວ. ຕ້ອງຄົ້ນຄ້ວາເພີ່ມເຕີມບາງຄາດໝາຍສະຖິຕິທີ່ຈຳເປັນຄື: ດັດຊະນີວັດການປ່ອນອາຍພິດເຮືອນແກ້ວ ຕາມ GDP. ຖັດຈາກນັ້ນແມ່ນຕ້ອງສະຖິຕິໄດ້ການລົງທຶນສາທາລະນະ ແລະ ການລົງທຶນພາກເອກະຊົນໃຫ້ແກ່ບັນຫາສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ